ເອກອັກຄະລັດຖະທູດບັນດາປະເທດອາຊີ,ເອີລົບຊອກຮູ້ວັດທະນະທຳຫວຽດນາມຢູ່ສເຊັກໂກ
ບັນດາທ່ານເອກອັກຄະລັດຖະທູດຮັບຟັງການແນະນຳກ່ຽວກັບ
ການເຄື່ອນໄຫວທາງສາສະຫນາຂອງພຸດທະສາສະນິກະຊົນຫວຽດນາມ
ຢູ່ເຊັກໂກ
|
(vovworld)- ວັນທີ 21/2 ຢູ່ ນະຄອນຫລວງ ປຣາຮາ ປະເທດ ເຊັກໂກ, ເອກອັກຄະລັດຖະທູດບັນດາປະເທດ ອາຊີ ແລະ ເອີລົບ ໄດ້ໄປຊອກຮູ້ບັນດາຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳສາສະຫນາພຸດ ແລະ ອາຫານການກິນຂອງຫວຽດນາມ ກໍຄືຄວາມສາມາດບົ່ມຊ້ອນພັດທະນາຂອງປະຊາຄົມຊາວຫວຽດນາມ ຢູ່ ສູນການຄ້າ ຊາປາ, ປະເທດ ເຊັກໂກ. ນະທີ່ນີ້, ບັນດາທ່ານເອກອັກຄະລັດຖະທູດ ໄດ້ຮັບຟັງການແນະນຳກ່ຽວກັບການຂະຫຍາຍຕົວຂອງສາສະຫນາພຸດຢູ່ຫວຽດນາມ ແລະ ການເຄືື່ອນໄຫວທາງສາສະຫນາຂອງບັນດາພຸດທະສາສະນີກະຊົນຫວຽດນາມ. ເມື່ອໄປຢ້ຽມຢາມຮ້ານຊັບພະສິນຄ້າ Tamda Foods, ບັນດາທ່ານເອກອັກຄະລັດຖະທູດມີຄວາມປະທັບໃຈຕໍ່ຂອບຂະຫນາດ ແລະ ຍຸດທະສາດດຳເນີນທຸລະກິດຂອງບັນດາວິສາຫະກິດຫວຽດນາມ. ຮ້ານຊັບພະສິນຄ້ານີ້ ແມ່ນສະຖານທີ່ລຶ້ງເຄີຍຂອງລູກຄ້າຫວຽດນາມ ແລະ ຊາວຕ່າງປະເທດ 15.000 ຄົນ, ໃນນັ້ນ ມີປະຊາຊົນເຊັກໂກ ເປັນຈຳນວນຫລວງຫລາຍ. ບັນດາເຈົ້າຫນ້າທີ່ການທູດ ມີໂອກາດໄດ້ຊອກຮູ້ວິທີປຸງແຕ່ງ ແລະ ຮັບປະທານບັນດາເຍື່ອງອາຫານຂອງຫວຽດນາມ, ຄົ້ນຫາຄວາມງາມເກົ່າແກ່ຂອງບັນດາຄຸ້ມຖະຫນົນ ຫລື ການດຳເນີນຊີວິດປະຈຳວັນຂອງຊາວຫວຽດນາມຜ່ານບັນດາຮູບພາບຕ່າງໆ.