ເອກອັກຄະລັດຖະທູດອາເມລິກາປະຈຳອາຊຽນສະແດງຄວາມວິຕົກກັງວົນຕໍ່ການກະທຳໃໝ່ຂອງຈີນຢູ່ທະເລຕາເວັນອອກ

ເອກອັກຄະລັດຖະທູດອາເມລິກາປະຈຳອາຊຽນສະແດງຄວາມວິຕົກກັງວົນຕໍ່ການກະທຳໃໝ່ຂອງຈີນຢູ່ທະເລຕາເວັນອອກ - ảnh 1
ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ອາ​ເມ​ລິ​ກາ
ປະ​ຈຳ​ອາ​ຊຽນ Nina Hachigian
(ພາບ: TTXVN)


(vovworld) –​ ​ ​ວັນ​ທີ 24/02, ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸ​ມ​ຂ​່າວ​ໂດຍກ​ົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດຢ​ູ່ ຈາ​ກາ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ອາ​ເມ​ລິ​ກາ ປະ​ຈຳ​ອາ​ຊຽນ Nina Hachigian ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ຈີນ ຈັດ​ສົ່ງ​ເຮືອ​ບິນ​ສູ້​ຮົບ​ເຖິງ​ເກາະ ຟຸ໋​ເລີມ, ຂຶ້ນ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ຂອງ​ຫວຽດ​ນາມ, ເຊິ່ງ​ແມ່ນ​ແຫ່ງ​ທີ່ຈີນ ຫາກ​ໍ​ຜັນ​ຂະ​ຫຍາຍການຕິດ​ຕັ້ງ​ລູກ​ສອນ​ໄ​ຟ​ໜ້າ​ດິນ​ຕ້ານ​ເ​ທິງ​​ອາ​ກາດ HQ – 9. ​ທ່ານ​ນາງ Nina Hachigian ຊີ້​ແຈ​້ງວ່າ “ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​​ວ່າແມ່ນ​ບັນ​ດາ​ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ​້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້​ນ​ເພີ່ມ​ຂຶ້​ນ ແລະ ກໍ່​ຜົນ​ສະ​ທ້​ອນ​ບໍ່​ດີ​ອີກ”.

      ກ່ອ​ນ​ໜ້ານັ້ນ, ​ຕອນ​ຄ່ຳ​ວັ​ນ​ທີ 23/02, ວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ຢູ່​ວໍ​ຊິງ​ຕັນ ໃຫ້​ຮູ້​ວ່່່າ, ​ເຮືອ​ບິນ​ສູ້​ຮົບ​​ຈຸ​ໜຶ່ງເກືອບ 10 ລຳ​ຂອງ​ຈີນ ໄດ້​ມີ​ໜ້າ​​ຢ​ູ່​ເກາະ ຟຸ໋​ເລີມ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ນັກ​ໄຈ້​ແຍກ​ກໍ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ຈ​ີນ ພວ​ມກໍ່​ສ້າງ​ຮາກ​ຖານ​ຣາ​ດາຄວາມ​​ຖີ່​ສູງ​ຢູ່​ເກາະ​ຟຸ໋​ເລີມ, ພ​້ອມ​ກັບ​​ບັນ​ດາລານ​ບິນ ແລະ ບັນ​ດາ​ຮາກ​ຖານ​ອື່ນໆ​ໃນ​ເກາະ​ແຫ່ງ​ຕ່າງໆ​ເຊິ່ງ​ຈີນ ກໍ່​ສ້າງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ໝ​ູ່​ເກ​າະ​ເຈື່ອງ​ຊາ ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ