ເອີລົບເພີ່ມທະວີຄວາມສະຫງົບກ່ອນຈຸດເວລາຕ້ອນຮັບປີໃໝ່

ເອີລົບເພີ່ມທະວີຄວາມສະຫງົບກ່ອນຈຸດເວລາຕ້ອນຮັບປີໃໝ່ - ảnh 1
ຕຳຫຼວດ​ໄດ້​ຜັນ​ຂະ​ຫຍາຍ​ຢູ່ຫຼາຍ​ບ່ອນ
(ພາບ: EPA/TTXVN) 

(vovworld) – ​ວັນ​ທີ 28/12, ບັນ​ດາ​ປະ​ເທດ ເອີ​ລົບ ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ພິ​ເສດ​ແມ່ນກ່ອນ​ຈຸ​ດ​ເວ​ລາ​ຕ້ອນ​ຮັບ​ປີ​ໃໝ່ 2017 - ເຊິ່ງ​ແມ່ນຈຸດ​ເວ​ລາ​ເຄີຍ​ເກີດ​ໄພ​ບຸກ​ໂຈມ​ຕີກໍ່ກາ​ນ​ຮ້າຍ​​. ຢູ່​ລັດ​ເຊຍ, ວົງ​ການ​ເຈົ້າ​ໜ້າ​ທີ່​ນະ​ຄອນ ມົດ​ສ​ກູ ໄດ້​ຕົກ​ລົງ​ຮັດ​ແໜ້ນ​ຄວາມ​ໝັ້ນ​ຄົງ​ໃນ​ທົ່ວ​ນະ​ຄອນ. ຕຳຫຼວດ 10.000 ຄົນ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຢູ່​ບັນ​ດາ​ຕະຫຼາດ​ຂາຍ​ເຄື່ອງ ຄິດ​ສ​ມາດ ກໍ່​ຄື​ບັນ​ດາ​ຮ້ານ​ຂາຍ​ເຄື່ອງທີ່​ລະ​ນຶກ. ມີ​ຫຼາຍມາ​ດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຢ່າງ​ເຂັ້ມ​ງວດ​ກໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ໃນ​ນະ​ຄອນ​ຍ້ອນ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ໂອ​ກາດ​ວັນ​ບຸ​ນ​​ທີ່​ແກ່​ຍາວ​ຮອດ​ວັນ​ທີ 9/1/2017. ສ່ວນ​ຢູ່​ເຢຍ​ລະ​ມັນ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ Cologne ກໍ່​ຍູ້​ແຮງ​ບັນ​ດາ​ມາ​ດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ໝັ້​ນ​ຄົງ​ກ່ອນ​ຈຸ​ດ​ເວ​ລາ​ຕ້ອນ​ຮັບ​ປີ​ໃໝ່​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ຢູ່ ແບກ​ລີງ ໃນ​ອາ​ທິດ​ກ່ອນ. ມີ​ລົດ​ຂົນ​ສົ່ງ 10 ຄັນ​ໄດ້​ຕິດ​ທໍ່​ສີດ​ນ້ຳ ແລະ ບັນ​ດາ​ຮົ້ວ​ເບ​ຕົງ​ໄດ້​ຕັ​້ງ​ຢູ່​ເຂດ​ຄວາມ​ໝັ້ນ​ຄົງ​​ທີ່​ມີ​ຄວາມ​ສະ​ດຸ​ງ​ໄວ້.


ຂ່າວ/ບົດ​ອື່ນ