ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອາເມລິກາ ເລິກເຊິ່ງກວ່າ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ
ທ່ານປະທານາທິບໍດີ ອາເມລິກາ Brack Obama
ພາບ:vtv
|
(vovworld)- ກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ເປັນຄັ້ງທຳອິດຈັດຂຶ້ນ ຢູ່ ອາເມລິກາ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 15/2 ແມ່ນເຫດການການເມືອງ ມີລັກສະນະປະຫວັດສາດ ດ້ວຍຫລາຍເນື້ອໃນສຳຄັນ ຈະໄດ້ນຳມາປຶກສາຫາລື. ກ່ຽວກັບດ້ານເສດຖະກິດ, ກອງປະຊຸມຄັ້ງນີ້ ຈະເນັ້ນຫນັກເຖິງການພົວພັນຮ່ວມມືເສດຖະກິດ ອາເມລິກາ - ອາຊຽນ ແລະ ຊອກຫາບັນດາວິທີການຊຸກຍູ້ການລົງທຶນ ແລະ ການຄ້າກັບສັນຍາຄູ່ຮ່ວມມືຂ້າມປາຊີຟີກທີ່ຫາກໍ່ໄດ້ລົງນາມ ກວ່າອີກ. ວາລະປະຊຸມກ່ຽວກັບຄວາມໝັ້ນຄົງ ແລະ ການເມືອງ ຈະສຸມໃສ່ຊຸກຍູ້ການຮ່ວມມືກ່ຽວກັບບັນດາສິ່ງທ້າທາຍຍຸດທະສາດ ແລະ ຂ້າມຊາດ ຊື່ງພາກພື້ນພວມປະເຊີນຫນ້າ ໃນນັ້ນ ມີຄວາມຂັດແຍ້ງເຂດນ່ານນ້ຳທະເລ, ການຄ້າມະນຸດ, ການກໍ່ການຮ້າຍ, ໂລກລະບາດ ແລະ ການປ່ຽນແປງຂອງດິນຟ້າອາກາດ.