ເຮືອບິນທະຫານຂອງໄທ ຖືກຕົກ

ເຮືອບິນທະຫານຂອງໄທ ຖືກຕົກ - ảnh 1
ເຮືອບິນ​ທະຫານ​ຂອງ​​ໄທ ຖືກ​ຕົກ
(ພາບ: Bangkokpost)


(vovworld) – ຢ່າງ​ໜ້ອຍ​ສຸດ​ມີ 5 ຄົນ​ເສຍ​ຊີວິດ​ໃນ​ເຫດ​ເຮືອບິນ​ທະຫານ​ຂອງ​ໄທ​ຕົກ ​ໃນ​ວັນ​ທີ 17/11. ​ໂຄສົກ​ກອງທັບ​ລາຊະ​ອານາຈັກໄທ, ພັນ​ເອກ ວິນ​ໄທ ສຸ​ວາລີ ໄດ້​ແຈ້ງວ່າ, ​ເຮືອບິນ​ເອລີກ​ອບ​ເຕີ ຖືກ​ຕົກ ພາຍ​ຫຼັງ​ບິນ​​ໄດ້ 10 ນາທີຈາກ​ກົມ​ກອງ​ທະຫານ​ແຫ່ງ​ໜຶ່ງຢູ່​ແຂວງ ພະ​ເຍົາ ທີ່ຫ່າງ​ຈາກ​ນະຄອນຫຼວງ​ບາງກອກ​ໄປ​ທາງ​ທິດ​ເໜືອປະມານ 590 ກມ. ຕາມ​ທ່ານ ວິນ​ໄທ ແລ້ວ, ປະຈຸ​ບັນຍັງ​ບໍ່​ທັນ​ຮູ້​ສາຍ​ເຫດ​ກໍ່​ໃຫ້​ເກີດ​ອຸບັດ​ຕິ​ເຫດ ​ແລະ ຊື່​ຜູ້​ເສຍ​ຊີວິດ​ຍັງບໍ່​ທັງ​ໄດ້ຮັບ​ການຢັ້ງຢືນ​ເທື່ອ. ​ໃນ​ຈຳນວນ​ຜູ້​ທີ່​ມີໜ້າ​ໃນ​ເຮືອ​ບິນ​ມີ ພົນ​ຈັດຕະວາ ສົງ​ພົນ ທອງ​ຈີນ, ຜູ້​ທີ່​ຫາ​ກໍ່​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​​ຮອງ​ເສນາ​ທິການ​ເຂດ​ທະຫານ​ຕິດ​ຕາມ​ບັນດາ​ບັນ​ຫາ​ທາງ​ພາກ​ເໜືອ​​ໄທ. ບັນດາ​ຜູ້​ເສຍ​ຊີວິດ​ດັ່ງກ່າວ ຫາ​ກໍ່​ສິ້ນ​ສຸດ​ຫນ້າ​ທີ່​ຕິດຕາມ​ກວດກາ​ຢູ່​ແຂວງ ພະ​ເຍົາ ແລະ ພວມ​ເດີນທາງ​ໄປ​ເຖິງ​ແຂວງ​ອື່ນ​ຢູ່​ທາງ​ພາກ​ເໜືອ.

ຂ່າວ/ບົດ​ອື່ນ