ພາບປະກອບ:internet
|
(vovworld)- ຕໍ່ຫນ້າຂ່າວຄາວຈາກກົມການບິນ ມາເລເຊຍ ປະກາດຫວ່າງແລ້ວນີ້ ວ່າ ເຮືອບິນ MH 370 ຖືກຫາຍສາບສູນ ມີສ່ວນກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງຝ່າຍຫວຽດນາມ ເພາະວ່າ ເຮືອບິນໄດ້ບິນເຂົ້າເຂດຄວບຄຸມການບິນ(ເຂດ Igari) ແລະຫວຽດນາມ ໄດ້ແຈ້ງໃຫ້ມາເລເຊຍ ຮັບຊາບ ຊ້າ 12 ນາທີ, ທ່ານ ລ້າຍຊວນແທງ, ຫົວຫນ້າກົມການບິນ ຫວຽດນາມ ຖືວ່າ: ຄຳປະກາດດັ່ງກ່າວຂອງມາເລເຊຍ ບໍ່ທັນຄົບຖ້ວນ, ອາດຈະເຮັດໃຫ້ຫາງສຽງມີຄວາມເຂົ້າໃຈຜິດ. ຕາມທ່ານ ລ້າຍຊວນແທງ ແລ້ວ, ບໍ່ມີຫລັກຖານສະແດງໃຫ້ເຫັນວ່າ ເຮືອບິນລຳດັ່ງກ່າວໄດ້ບິນຜ່ານເຂດ Igari ເຂົ້າເຂດນ່ານຟ້າໂດຍ ຫວຽດນາມ ຄວບຄຸມ. ທ່ານແທງ ເວົ້າວ່າ:
“ພວກຂ້າພະເຈົ້າຢືນຢັນວ່າ ເຮືອບິນ MH 370 ຂາດສັນຍານຕິດຕໍ່ຢູ່ເທິງຫນ້າຈໍ່ ຣາດາ ກອ່ນທີ່ເຂົ້າເຂດຄວບຄຸມການບິນ ຂອງຫວຽດນາມ. ອົງການຄວບຄຸມການບິນຂອງສອງຝ່າຍໄດ້ສັນຍານຳກັນວ່າ ຈຸດເວລາມອບໂອນແມ່ນ ເວລາ 17 ໂມງ 22 ນາທີ ຕາມເວລາສາກົນ ແຕ່ຮອດ 17 ໂມງ 20 ນາທີ 43 ວິນາທີ. ເຮືອບິນລຳດັ່ງກ່າວຂາດສັນຍານຕິດຕໍ່ຢູ່ເທິງຫນ້າຈໍ່ ຣາດາ ຂອງຫໍຄວບຄຸມການບິນ ໂຮ່ຈິມີນຂອງຫວຽດນາມ ຕາມການກຳນົດ. ມາເລເຊຍ ກໍຮັບຮູ້ວ່າ ຈຸດເວລາສຸດທ້າຍທີ່ເຮືອບິນລຳດັ່ງກ່າວມີສັນຍານຢູ່ເທິງຫນ້າຈໍ່ ຣາດາ ແມ່ນກ່ອນເວລາ 17 ໂມງ 22 ນາທີ. ແລະ ຈຸດເວລານີ້ ເຮືອບິນ ພວມຢູ່ໃນເຂດຄວບຄຸມການບິນຂອງ ສິງກະໂປ ແລະ ສິງກະໂປ ມອບສິດໃຫ້ມາເລເຊຍ ບັນຊາ. ອົງການຄວບຄຸມການບິນຂອງຫວຽດນາມ ບໍ່ທັນຮັບ ແລະ ບໍ່ທັນບັນຊາເຮືອບິນລຳດັ່ງກ່າວ.”