(VOVWORLD) -ຕາມຂໍ້ມູນຂ່າວສານຈາກກົມໃຫຍ່ສະຖິຕິຫວຽດນາມທີ່ປະກາດໃນວັນທີ 29 ເມສາ ໃຫ້ຮູ້ວ່າ: 4 ເດືອນຕົ້ນປີ 2018, ແຂກທ່ອງທ່ຽວສາກົນ ມາຢ້ຽມຢາມຫວຽດນາມ ເພີ່ມຂຶ້ນ 29,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໃນນັ້ນ ແຂກທ່ອງທ່ຽວມາຈາກ ອາຊີ ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017, ເປັນຕົ້ນແມ່ນແຂກທ່ອງທ່ຽວມາຈາກຈີນ, ສເກົາຫລີ, ຍີ່ປຸ່ນ, ມາເລເຊຍ…
ຈຳນວນແຂກທ່ອງທ່ຽວມາຈາກ ເອີລົບ, ອາຟຼິກາ, ທະວີບອາເມລິກາ ກໍ່ເພີ່ມຂຶ້ນເມື່ອທຽບໃສ່ປີກາຍ. ເພື່ອບັນລຸຕົວເລກຫນ້າປະທັບໃຈຄືດັ່ງກ່າວ, ນັບແຕ່ຕົ້ນປີ 2018 ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ປະຕິບັດການໂຄສະນາ, ສົ່ງເສີມ, ແນະນຳການທ່ອງທ່ຽວຫວຽດນາມ ຢູ່ຫລາຍປະເທດກໍ່ຄືຈັດງານຕະຫລາດນັດທ່ອງທ່ຽວສາກົນອີກ.