ແຂກທ່ອງທ່ຽວສາກົນ: ຮ່າໂນ້ຍ ພວມປະກອບສ່ວນສ້າງສັນຕິພາບທົ່ວໂລກ

(VOVWORLD) -“ຫວຽດນາມ ແມ່ນສະຖານທີ່ສຸດຍອດ, ປະຊາຊົນຫວຽດນາມ ກໍເຊັ່ນດຽວກັນ...”
ແຂກທ່ອງທ່ຽວສາກົນ: ຮ່າໂນ້ຍ ພວມປະກອບສ່ວນສ້າງສັນຕິພາບທົ່ວໂລກ - ảnh 1ທຸງຊາດ ຫວຽດນາມ, ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ ຫໍວັດທະນະທໍາແຮງງານມິດຕະພາບໂຊຫວຽດນາມ  

        ທ່ານ William Wikison, ແຂກທ່ອງທ່ຽວຊາວ ອາເມລິກາ ແບ່ງປັນວ່າ, ນີ້ເປັນຄັ້ງທີ 2 ທີ່ທ່ານກັບມາ ຫວຽດນາມ ແລະ ຮ່າໂນ້ຍ ເປັນສະຖານທີ່ທໍາອິດທີ່ທ່ານມາຢ້ຽມຢາມ, ເຊິ່ງກົງກັບຈຸດເວລາດໍາເນີນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ເມື່ອເຂົ້າຮ່ວມ city tour ອ້ອມນະຄອນ, ທ່ານຮູ້ສຶກໄດ້ເຖິງຄວາມຄຶກຄື້ນ, ຟົດຟື້ນໃນທົ່ວຄຸ້ມຖະໜົນໃນຊຸມວັນຜ່ານມາ, ບັນດາເສັ້ນທາງຢູ່ໃຈກາງນະຄອນ ໄດ້ປະດັບປະດາດອກໄມ້ ແລະ ທຸງເປັນຈໍານວນຫຼວງຫຼາຍ ແລະ ປະຊາຊົນໃຜໆກໍເບີກບານໃຈ. ທ່ານກ່າວວ່າ:

        “ຂ້າພະເຈົ້າຄິດວ່າ ພາຍຫຼັງກອງປະຊຸມຄັ້ງນີ້ ຈະມີມາດຕະການໃດໜຶ່ງເພື່ອສັນຕິພາບ. ປັດຈຸບັນ, ຂ້າພະເຈົ້າ ພຽງຄິດຢ່າງດຽວວ່າ ຫວຽດນາມ ແມ່ນສະຖານທີ່ສຸດຍອດ, ປະຊາຊົນຫວຽດນາມ ກໍເຊັ່ນດຽວກັນ. ຂ້າພະເຈົ້າໄປຫຼີ້ນທຸກບ່ອນ ທີ່ຂ້າພະເຈົ້າຢາກ. ຂ້າພະເຈົ້າຮັກຮ່າໂນ້ຍ. ຂ້າພະເຈົ້າຄິດວ່າ ທຸກຄົນໃນໂລກນີ້ ຈົ່ງມາທ່ຽວ ຫວຽດນາມ ແລະ ໃນອະນາຄົດ ຂ້າພະເຈົ້າກໍຈະກັບມາຢ້ຽມຢາມຫວຽດນາມອີກ.”

        ແຂກທ່ອງທ່ຽວຫຼາຍຄົນທີ່ມາຈາກ ອາເມລິກາ, ຝລັ່ງ, ບຣາຊີນ... ໃຫ້ຮູ້ວ່າ: ຮ່າໂນ້ຍ ແມ່ນນະຄອນທີ່ປອດໄພ ແລະ ມີວັດທະນະທໍາ. ດັ່ງນັ້ນ, ເລື່ອງ ອາເມລິກາ ແລະ ສປປ.ເກົາຫຼີ ເລືອກເອົາ ຮ່າໂນ້ຍ, ຫວຽດນາມ ເພື່ອຈັດຕັ້ງກອງປະຊຸມສໍາຄັນນີ້ ແມ່ນການຕັດສິນທີ່ຖືກຕ້ອງ.

        “ຂ້າພະເຈົ້າຄິດວ່າ, ໃນໄລຍະນີ້ ບັນດາການນໍາອາດຈະພ້ອມກັນຄິດເຖິງເລື່ອງຊອກຫາວິທີການແກ້ໄຂການປະທະກັນ, ກ່ອນອື່ນໝົດ ແມ່ນກໍລະນີ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ແລະ ເຂົາເຈົ້າ ອາດຈະຊອກໄດ້ມາດຕະການແກ້ໄຂກໍລະນີປະທະກັນອື່ນໆໃນໂລກ”.

        “ຂ້າພະເຈົ້າຄິດວ່າ ການພົບປະລະຫວ່າງ ການນໍາ ສປປ.ເກົາຫຼີ ແລະ  ປະທານາທິບໍດີ ອາເມລິກາ ແມ່ນດີຫຼາຍ. ຖ້າຫາກວ່າ ເຂົາເຈົ້າສາມາດຫຍັບມໍ່ເຂົ້າກັນກວ່າ, ສິ່ງດັ່ງກ່າວ ແມ່ນດີທີ່ສຸດສໍາລັບ ທະວີບ ອາຊີ ແລະ ອາເມລິກາ ແລະ ຊຸກຍູ້ການສ້າງສັນຕິພາບໃນທົ່ວໂລກ...”

 

ຕອບກັບ

ຂ່າວ/ບົດ​ອື່ນ