ແຂກທ່ອງທ່ຽວ ເຂົ້າມາທ່ຽວຢູ່ 8 ແຂວງເຂດໄຕບັກ (ທິດຕາເວັນຕົກພາກເໜືອ) ແລະ ນະຄອນໂຮ່ຈີມິນ ເພີ່ມຂຶ້ນສູງ

(VOVWORLD) - ຍອດລາຍຮັບເຊິ່ງແຂກທ່ອງທ່ຽວຂອງກຸ່ມຮ່ວມມືບັນລຸກ່ວາ 205.000 ຕື້ດົ່ງ (ເກືອບ 8,5 ຕື້ໂດລາສະຫະລັດ), ເທົ່າກັບ 102,7% ເມື່ອທຽບໃສ່ແຜນການປີ.
ແຂກທ່ອງທ່ຽວ ເຂົ້າມາທ່ຽວຢູ່ 8 ແຂວງເຂດໄຕບັກ (ທິດຕາເວັນຕົກພາກເໜືອ) ແລະ ນະຄອນໂຮ່ຈີມິນ ເພີ່ມຂຶ້ນສູງ - ảnh 1ການໂຄສະນາວັດທະນະທຳເຂດ ໄຕບັກ ຢູ່ນະຄອນ ໂຮ່ຈີມິນ
(ພາບ:baolaocai.vn)

ປີ 2023, ຍອດຈຳນວນແຂກທ່ອງທ່ຽວເຂົ້າມາທ່ຽວຢູ່ 8 ແຂວງເຂດໄຕບັກ ເປີດກ້ວາງ ແລະ ນະຄອນ ໂຮ່ຈີມິນ ບັນລຸ 69,2 ລ້ານເທື່ອຄົນ; ເທົ່າກັບ 105% ເມື່ອທຽບໃສ່ແຜນການປີ 2023, ເພີ່ມຂຶ້ນເກືອບ 28% ເມື່ອທຽບໃສ່ປີ 2022; ກວມເອົາປະມານ 58% ຈຳນວນແຂກທ່ອງທ່ຽວ ມາ ຫວຽດນາມ ໃນປີ 2023.

        ຍອດລາຍຮັບເຊິ່ງແຂກທ່ອງທ່ຽວຂອງກຸ່ມຮ່ວມມືບັນລຸກ່ວາ 205.000 ຕື້ດົ່ງ (ເກືອບ 8,5 ຕື້ໂດລາສະຫະລັດ), ເທົ່າກັບ 102,7% ເມື່ອທຽບໃສ່ແຜນການປີ. ນີ້ແມ່ນຂໍ້ມູນທີ່ໄດ້ປະກາດທີ່ກອງປະຊຸມສະຫລຸບແຜນການຮ່ວມມືພັດທະນາການຮ່ວມສຳພັນການທ່ອງທ່ຽວ 8 ແຂວງເຂດ ໄຕບັກ ເປີດກ້ວາງ ແລະ ນະຄອນ ໂຮ່ຈີມິນ ປີ 2023 ຈັດຂຶ້ນໃນວັນທີ 25 ທັນວາ ຢູ່ເທດສະບານ ຊາປາ, ແຂວງ ລາວກາຍ. ບັນດາຕົວເລກນີ້ໄດ້ຢັ້ງຢືນບັນລຸປະສິດທິຜົນ ແລະ ການພັດທະນາການທ່ອງທ່ຽວໃນກຸ່ມຮ່ວມມື.

        ເພື່ອສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມສຳພັນຮ່ວມມືພັດທະນາການທ່ອງທ່ຽວຂອງກຸ່ມຮ່ວມມືນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບ, ໃນປີ 2024, ກຸ່ມຮ່ວມມືຄວນສືບຕໍ່ຍູ້ໄວວິວັດການຫັນເປັນດີຈີຕອນໃນຂະແໜງທ່ອງທ່ຽວ, ພິເສດແມ່ນການສ້າງຖານຂໍ້ມູນແຫ່ງຊາດ, ລະບົບຂໍ້ມູນລວມກ່ຽວກັບການທ່ອງທ່ຽວ, ກໍ່ຄືການສ້າງສະຖານທີ່ທ່ອງທ່ຽວທີ່ປອດໄພໃຫ້ແກ່ແຂກທ່ອງທ່ຽວ. ບັນດາແຂວງເຂດ ໄຕບັກ ເປີດກ້ວາງ ແລະ ນະຄອນ ໂຮ່ຈີມິນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ພິເສດໃນວຽກງານການໂຄສະນາ, ສົມທົບກັນສ້າງ Fanpage ສີສັນເຂດ ໄຕບັກ - ນະຄອນ ໂຮ່ຈີມິນ ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ຜະລິດຕະພັນທ່ອງທ່ຽວຂອງບັນດາທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ