ແຂກສາກົນມາຫວຽດນາມ ໃນເດືອນ 08 ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ເດືອນ 07/2014

ແຂກສາກົນມາຫວຽດນາມ ໃນເດືອນ 08 ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ເດືອນ 07/2014 - ảnh 1
(ພາບປະກອບ)

(vovworld) – ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມ​ສະຖິຕິ​ຫວຽດນາມ ​ແລ້ວ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ໃນ​ເດືອນ 08/2014 ຄາດ​ວ່າ​ບັນລຸ​ເກືອບ 620.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ເກືອບ 10% ​ເມື່ອ​ທຽບ​ໃສ່​ເດືອນ 07/2014. ຕາມໝາກຜົນ​ດັ່ງກ່າວ, ຍອດ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ ​ໃນ​ 8 ​ເດືອນ​ຕົ້ນ​ປີ 2014 ບັນລຸ​ເກືອບ 5,5 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 12% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ​ແຂກ​ທ່ອ​ງທ່ຽວ​ສ່ວນ​ຫຼາຍ​ແມ່ນ​ມາ​ຈາກ ຮົ່ງກົງ (ຈີນ), ​ເຢຍລະ​ມັນ, ລັດ​ເຊຍ, ​ແອດ​ສປາຍ, ລາວ, ກຳປູ​ເຈຍ… ຍອດ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ໃນ​ 8 ​ເດືອນ​ຕົ້ນ​ປີ ບັນລຸ​ເກືອບ 30 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນກ່ວາ 7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ຍອດລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ຄາດ​ວ່າ​ບັນລຸ 160.000 ຕື້​ດົງ.

ຂ່າວ/ບົດ​ອື່ນ