ການຖະຫວາຍທູບທຽນໃນພິທີ
(ພາບ: ສື່ເອເລັກໂຕນີກກວາງບີ່ງ)
(vovworld) – ຕອນບ່າຍວັນທີ 2/7, ຄະນະຈັດຕັ້ງພິທີອາໄລຫາ, ຕອບບຸນແທນຄຸນບັນດາພະນັກງານ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຖຳ້ ເລ່ນຮ່າ ປີ 1972 ສົມທົບກັບສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ກວາງບີ່ງ ຈັດຕັ້ງພິທີສວດມົນພາວະນາອາໄລຫາບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ. ພົນຈັດຕະວາ ໂງກິມດົ່ງ, ກຳມະການການເມືອງເຫຼົ່າຮົບຕິດຕໍ່ສື່ສານ, ໃຫ້ຮູ້ວ່າ:
“ພັກ, ລັດ, ກອງທັບສະແດງຄວາມຮູ້ບຸນຄຸນການເສຍສະລະຊີວີດທີ່ພິລະອາດຫານຂອງບັນດາພະນັກງານ, ນັກຮົບເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ເພື່ອສືບທອດມູນເຊື້ອຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ພວກຂ້າພະເຈົ້າຕັດສິນໃຈນຳພາເຫຼົ່າຮົບປະຕິບັດໜ້າທີ່ເປັນຢ່າງດີ, ກໍ່ສ້າງກຳລັງ, ຮັບປະກັນການຕິດຕໍ່ສື່ສານຢ່າງທັນການ, ຊັດເຈນ, ປອດໄພໃນທຸກສະພາບການ.”