ແຂວງດ່າໜັ້ງເລີ່ມ ເຄື່ອນໄຫວລະດູການ ທ່ອງທ່ຽວທະເລ
ທະເລ ດ່າໜັ້ງ
(ພາບປະກອບ)
(vovworld) – ແຕ່ວັນທີ 30/4 ຮອດວັນທີ 5/5, ຢູ່ນະຄອນ ດ່າໜັ້ງ ໄດ້ຈັດຕັ້ງລາຍການລະດູການທ່ອງທ່ຽວທະເລປີ 2014 ດ້ວຍຫົວຂໍ້ວ່າ “ທະເລ ດ່າໜັ້ງ - ຈຸດນັດພົບເກົ່າ, ຮູບພາບໃໝ່”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວປະຈຳປີຂອງນະຄອນເພື່ອແນໃສ່ສົ່ງເສີມການທ່ອງທ່ຽວທະເລ, ທ່ອງທ່ຽວຊີວະພາບໃນແຫຼມ ເຊີນຈ່າ. ນອກຈາກບັນດາການເຄື່ອນໄຫວດ້ານວັດທະນະທຳ, ສິລະປະແລ້ວ, ປີນີ້, ນະຄອນ ດ່າໜັ້ງ ມີການເຄື່ອນໄຫວກິລາທະເລຄື: ບານສົ່ງຫາດຊາຍທະເລ, ແຂ່ງລົດຖີບໃນແຫຼມ ເຊີນຈ່າ, ຊ່ວງເຮືອ Kayak... ທ່ານ ຫງວຽນດຶກຫວູ, ຮອງຫົວໜ້າຄະນະຄຸ້ມຄອງແຫຼມ ເຊີນຈ່າ ແລະ ບັນດາຫາດຊາຍທະເລທ່ອງທ່ຽວ ດ່າໜັ້ງ, ໃຫ້ຮູ້ວ່າ:
“ລາຍການເປີດສະຫຼອງລະດູການທ່ອງທ່ຽວທະເລ ໄດ້ຮັບການປະຕິບັດສຳເລັດຜົນພໍສົມຄວນ ນັບແຕ່ປີ 2013. ເພື່ອສືບຕໍ່ໝາກຜົນນີ້, ຄະນະຄຸ້ມຄອງໄດ້ສະເໜີຕໍ່ຄະນະກຳມະການປະຊາຊົນນະຄອນຜັນຂະຫຍາຍປະຈຳປີ ກາຍເປັນເຫດການເພື່ອດຶງດູດແຂກມາເຂົ້າຮ່ວມການທ່ອງທ່ຽວທະເລ. ຄະນະຄຸ້ມຄອງຈັດຕັ້ງລາຍການປີນີ້ໃໝ່ກ່ວາ, ສ້າງຄວາມດຶງດູດກ່ວາ ດ້ວຍການເຂົ້າຮ່ວມຂອງປະຊາຄົມວິສະຫະກິດ, ຂອງປະຊາຊົນ ແລະ ແຂກທ່ອງທ່ຽວ. ສິ່ງດັ່ງກ່າວມີຄວາມໝາຍວ່າ: ນີ້ແມ່ນເຫດການເປີດສາກເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວສາມາດເຂົ້າຮ່ວມໃນການເຄື່ອນໄຫວນັ້ນ”
ຄາດວ່າ, ຈຳນວນແຂກທ່ອງທ່ຽວໄປທ່ຽວຢູ່ ດ່າໜັ້ງ ໃນໂອກາດວັນທີ 30/4 ປີນີ້ຈະເພີ່ມຂຶ້ນ 15 – 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013.