ທ່ານ ຫງວຽນທຽນເຍີນ, ປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດຫວຽດນາມ ຮັບຈຳນວນເງິນ 1,8 ຕື້ດົງ
(ພາບ: cpv.org.vn)
(vovworld) – ຕອນບ່າຍວັນທີ 30/12, ຢູ່ຮ່າໂນ້ຍ, ທ່ານ ຫງວຽນທຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຮັບຈຳນວນເງິນ 1,8 ຕື້ດົງ ຂອງປະຊາຊົນແຂວງທາຍງວຽນ ຜ່ານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງທາຍງວຽນ, ເພື່ອສະໜັບສະໜູນໃຫ້ນັກຮົບ, ກຳລັງປະຕິບັດກົດໝາຍບົນທະເລ ແລະ ຊາວປະມົງພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ.
ກ່າວຄຳເຫັນນະພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ, ນີ້ແມ່ນວຽກງານທີ່ມີຄວາມໝາຍ, ສະແດງໃຫ້ເຫັນນ້ຳໃຈຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງທາຍງວຽນ ເວົ້າສະເພາະ ແລະ ປະຊາຊົນທົ່ວປະເທດເວົ້າລວມ ໃນການມຸ່ງໄປເຖິງກຳລັງປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ. ພ້ອມກັນນັ້ນ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບທະຫານປ້ອງກັນຊາຍແດນ ແລະ ກຳລັງກວດກາການປະມົງ ຈັດຕັ້ງການໜູນຊ່ວຍຊາວປະມົງຢູ່ທ້ອງຖິ່ນຕ່າງໆຄື: ກວາງຫງ້າຍ, ກວາງນາມ, ຟຸອຽນ, ແຄ່ງຮ່ວາ… ເພື່ອໃຫ້ເຂົາເຈົ້າອຸ່ນອ່ຽນໃຈຕິດພັນກັບທະເລ, ປົກປັກຮັກສາເຂດຫາປາທີ່ເປັນມູນເຊື້ອ.