ທ່ານ ເຈີນດ້າຍກວາງລັດຖະມົນຕີກະຊວງຕຳຫລວດ
|
(vovworld)- ວັນທີ 16/5, ຄະນະປະຕິບັດງານຂອງຄະນະກຳມະການປະຊາຊົນແຂວງ ບີງເຢືອງ ໄດ້ລົງກວດກາ, ໂອ້ລົມສົນທະນາກັບເຈົ້າຂອງວິສາຫະກິດ ໄຕ້ຫວັນ ກ່ຽວກັບສະພາບການຄວາມເສຍຫາຍຂອງບັນດາວິສາຫະກິດ ໂດຍບຸກຄົນຈຳນວນຫນຶ່ງກໍ່ຂຶ້ນໃນການແຫ່ຂະບວນຄັດຄ້ານຈີນຂອງກຳມະກອນ ບີງເຢືອງ ໃນຊຸມມື້ຜ່ານມາ. ທ່ານ ເລແທງກູງ, ປະທານຄະນະກຳມະການປະຊາຊົນແຂວງ ບີງເຢືອງ ຢືນຢັນວ່າ: ການກະທຳກໍ່ຄວາມວຸ້ນວາຍໄດ້ກໍ່ຄວາມເສຍຫາຍຕໍ່ວິສາຫະກິດແມ່ນເຫດທີ່ເປັນຫນ້າເສຍດາຍ. ແຂວງ ບີງເຢືອງ ຈະສ້າງຕັ້ງຫນ່ວຍສະເພາະກິດ ເພື່ອປະເມີນຄວາມເສຍຫາຍ. ບົນພື້ນຖານນັ້ນ ຈະລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອແກ້ໄຂກໍລະນີດັ່ງກ່າວໃຫ້ເໝາະສົມ ແລະ ຖືກຕ້ອງກັບກົດໝາຍ.
ໃນວັນດຽວກັນ, ເມື່ອເຮັດວຽກກັບການນຳແຂວງ ບີງເຢືອງ, ທ່ານ ເຈີນດ້າຍກວາງ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ໄດ້ແບ່ງເບົາຄວາມເສຍຫາຍຂອງບັນດາວິສາຫະກິດ, ຂອງແຂວງ ກ່ຽວກັບເສດຖະກິດສັງຄົມ, ສະພາບແວດລ້ອມແຫ່ງການລົງທຶນ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໂດຍບຸກຄົນຈຳນວນຫນຶ່ງກໍ່ຂຶ້ນ. ທ່ານລັດຖະມົນຕີ ເຈີນດ້າຍກວາງ ໄດ້ຊີ້ນຳບັນດາອົງການກ່ຽວຂ້ອງຢູ່ແຂວງ ບີງເຢືອງ ປະຕິບັດການຈັບຕົວບຸກຄົນກໍ່ຄວາມວຸ້ນວາຍ ແລະ ມີການສະຫລຸບການສືບສວນສອບສວນໂດຍໄວ.