ແຂວງບິ່ງເຢືອງແລະນະຄອນDeajeonສ.ເກົາຫຼີເພີ່ມທະວີການຮ່ວມມື
ການນຳແຂວງ ບິ່ງເຢືອງ ແລະ ນະຄອນ Deajeon
ໄດ້ເຊັນຂໍ້ຕົກລົງຮ່ວມມືໄລຍະ 2016 – 2020
(ພາບ: TTXVN)
(vovworld) – ວັນທີ 2/11, ຄະນະຜູ້ແທນຂັ້ນສູງນະຄອນ Deajeon (ສ.ເກົາຫຼີ) ມາຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບິ່ງເຢືອງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນເຊັນສັນຍາຮ່ວມມືລະຫວ່າງແຂວງ ບິ່ງເຢືອງ ແລະ ນະຄອນ Deajeon (2005 - 2015). ທີ່ການເຮັດວຽກ, 2 ຝ່າຍເຫັນດີເປັນເອກະພາບຕີລາຄາວ່າ: ການພົວພັນຮ່ວມມືການລົງທຶນ, ເສດຖະກິດ, ການຄ້າລະຫວ່າງ 2 ຝ່າຍ ໄດ້ຮັບການປະຕິບັດ ຢ່າງເໝາະສົມກັບໂຄງການຮ່ວມມືລົງທຶນ ເຊິ່ງໄດ້ຮັບການລົງນາມລະຫວ່າງ 2 ລັດຖະບານ ຫວຽດນາມ - ສ.ເກົາຫຼີ ແລະ ໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍຈາກການນຳຂັ້ນຕ່າງໆຂອງ 2 ຝ່າຍ. ບົນພື້ນຖານໝາກຜົນ 10 ປີແຫ່ງການຮ່ວມມື, ການນຳແຂວງ ບິ່ງເຢືອງ ແລະ ນະຄອນ Deajeon ໄດ້ເຊັນຂໍ້ຕົກລົງຮ່ວມມືໄລຍະ 2016 – 2020, ໂດຍສຸມໃສ່ 3 ເນື້ອໃນຮ່ວມມືແມ່ນ: ເສດຖະກິດ, ສາທາລະນະສຸກ, ການສຶກສາ ດ້ວຍບັນດາມາດຕະການລະອຽດ ເພື່ອແນໃສ່ບັນລຸປະສິດທິຜົນແທດຈິງ ໃນໄລຍະຈະມາເຖິງ.