ແຂວງ​ຝຸ​ເທາະ​ຈັດ​ກອ​ງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ກັບ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວັກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຢັ້ງຢືນວ່າ: ໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ມີຄວາມຄືບໜ້າໃນທຸກຂົງເຂດ, ໃນນັ້ນ, ມີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ.
ແຂວງ​ຝຸ​ເທາະ​ຈັດ​ກອ​ງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ກັບ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ - ảnh 1ແຂວງ ຝຸເທາະ (ພາບ: baophutho.vn)

ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ຝຸເທາະໄດ້ຈັດຂຶ້ນໃນວັນທີ 22 ສິງຫາ ຢູ່ນະຄອນຫຼວງ ວໍຊິງຕັນ ປະເທດ ອາເມລິກາ. ຢູ່ກອງປະຊຸມ, ທ່ານ ບຸຍວັນກວາງ ປະທານຄະນະກຳມະການປະຊາຊົນແຂວງ ຝຸເທາະ ໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນ, ວິສາຫະກິດ ອາເມລິກາ ມາຊອກຮູ້ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ກາລະໂອກາດໃນການລົງທຶນ, ຮ່ວມມືຢູ່ແຂວງ; ທ່ານກໍ່ຢັ້ງຢືນວ່າ ຝຸເທາະໄດ້ກຽມພ້ອມຜະລິດຕະພັນເພື່ອໃຫ້ວິສາຫະຫກິດ, ນັກລົງທຶນມາຄັດເລືອກ, ພ້ອມທັງ ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງກັບນັກລົງທຶນ ໃນຕະຫຼອດໄລຍະການເຄື່ອນໄຫວຢູ່ຝຸເທາະ, ນັບແຕ່ຂັ້ນຕອນປະຕິບັດລະບຽບການບໍລິຫານ, ຂັ້ນຕອນລົງທຶນ ແລະ ນັບທັງຂັ້ນຕອນເຄື່ອນໄຫວຂອງວິສາຫະກິດດ້ວຍທິດນຳທີ່ວ່າ: “ຜົນສຳເລັດຂອງພວກເພື່ອນກໍ່ແມ່ນຜົນສຳເລັດຂອງພວກຂ້າພະເຈົ້າ.”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນກວັກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຢັ້ງຢືນວ່າ: ໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ມີຄວາມຄືບໜ້າໃນທຸກຂົງເຂດ, ໃນນັ້ນ, ມີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ. ທ່າແຮງຂອງບັນດາວິສາຫະກິດ ອາເມລິກາ ແມ່ນ ການຜະລິດອຸດສາຫະກຳນຳໃຊ້ເຕັກໂນໂລຢີສູງ, ພະລັງງານສະອາດ, ເຕັກໂນໂລຢີຂໍ້ມູນຂ່າວສານ…ນີ້ກໍ່ແມ່ນບັນດາຂົງເຂດເຊິ່ງແຂວງຝຸເທາະມີຄວາມຫວັງຢາກດຶງດູດການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ