(ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຟູ໋ທໍ້ ຄັ້ງທີ 18)
(vovworld) - ຕອນເຊົ້າວັນທີ 29/9, ແຂວງ ຟູ໋ທໍ້ ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 18, ອາຍຸການ 2015-2020. ກ່າວຄວາມເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີວ່າ, ໃນອາຍຸການຈະມາເຖິງ, ຟູ໋ທໍ້ຕ້ອງມີບັນດາມາດຕະການຢ່າງແທດຈິງ ເພື່ອພັດທະນາຢ່າງໄວ, ໝັ້ນຄົງກວ່າ ແລະ ກາຍເປັນໃຈກາງພັດທະນາຂອງເຂດພູພຽງທາງພາກເໜືອ.
“ໃນການພັດທະນາເສດຖະກິດ, ສັງຄົມ ຕ້ອງຊາບຊືມທັດສະນະ “ພັດທະນາໄວ ແລະ ໝັ້ນຄົງ“ ຢ່າງເລິກເຊິ່ງ, ຈາກນັ້ນກໍ່ສ້າງກົນໄກບຸກທະລຸ, ຍູ້ແຮງລະດັບເຕີບໂຕເສດຖະກິດ, ພັດທະນາອຸດສາຫະກຳ, ການບໍລິການທີ່ມີຄຸນນະພາບສູງ, ກະສິກຳຂຽວ, ດ້ວຍການນຳໃຊ້ວິທະຍາສາດ, ເຕັກໂນໂລຢີ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕິດພັນກັບການອະນຸລັກຮັກສາ, ພັດທະນາວັດທະນະທຳ, ຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ… ທາງແຂວງຄວນເປັນເຈົ້າການກວດກາ, ປັບປຸງ, ເພີ່ມເຕີມແຜນພັດທະນາເສດຖະກິດ - ສັງຄົມ, ວາງແຜນຜັງຂະແໜງການຕ່າງໆ, ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບ, ເພີ່ມທະວີການຮ່ວມສຳພັນ, ສົມທົບກັນລະຫວ່າງບັນດາແຂວງໃນເຂດ ໄຕບັກ ແລະ ນະຄອນຫຼວງ“.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ, ຟູ໋ທໍ້ ຕ້ອງເອົາໃຈໃສ່ເປັນພິເສດເຖິງການພັດທະນາບັນດາຂົງເຂດວັດທະນະທຳ - ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ກໍ່ສ້າງທ່າຮົບປ້ອງກັນຊາດທົ່ວປວງຊົນ ແລະ ທ່າຮົບປ້ອງກັນຄວາມສະຫງົບປະຊາຊົນ, ພັດທະນາເສດຖະກິດ ຕິດພັນກັບການຮັບປະກັນປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເພີ່ມທະວີວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ.