ແຂວງລາວກາຍ: ເສດຖະກິດ ດ່ານຊາຍແດນແມ່ນກຳລັງໜູນເພື່ອພັດທະນາ
(ພາບປະກອບ)
(vovworld) - ວົງເງິນຂາອອກ - ຂາເຂົ້າຜ່ານດ່ານຊາຍແດນແຂວງລາວກາຍ ໃນປີ 2013 ຄາດວ່າບັນດາລຸ 1,45 ຕື້ USD, ເທົ່າທຽມກັບ 81,4% ເມື່ອທຽບໃສ່ຄາດໝາຍຂອງແຜນຮ່າງຮອດປີ 2015. ລະດັບເຕີບໂຕເສດຖະກິດສະເລ່ຍໄລຍະແຕ່ປີ 2011 – 2013 ບັນລຸໄດ້ 28,3%/ປີ, ລື່ນກ່າຍ 6% ເມື່ອທຽບໃສ່ຄາດໝາຍທີ່ໄດ້ວາງອອກ. ນັ້ນແມ່ນການຕີລາຄາຂອງການນຳແຂວງລາວກາຍ ທີ່ກອງປະຊຸມສະຫຼຸບສະພາບການປະຕິບັດແຜນຮ່າງນພັດທະນາການຄ້າ, ການບໍລິການ ແລະ ເຊື່ອມໂຍງເສດຖະກິດສາກົນແຂວງລາວກາຍ ໄລຍະແຕ່ປີ 2011 – 2015, ເຊິ່ງດຳເນີນໃນຕອນເຊົ້າວັນທີ 18/05. ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ປຶກສາຫາລືເລື່ອງຍົກສູງບົດບາດ, ລັກສະນະເປັນເຈົ້າການຂອງອົງການວິຊາການຢູ່ບັນດາດ່ານຊາຍແດນ; ຍູ້ແຮງການພັດທະນາການກໍ່ສ້າງພື້ນຖານໂຄງລ່າງ; ພັດທະນາຕະຫຼາດການຄ້າ, ຕະຫຼາດຊົນນະບົດ ເພື່ອແນໃສ່ພົວພັນແລກປ່ຽນສິນຄ້າ; ຈັດຕັ້ງງານຕະຫຼາດນັດເພື່ອດຶງດູດການລົງທຶນ, ຍົກສູງຄຸນະພາບສິນຄ້າ ແລະ ເພີ່ມຄວາມສາມາດແກ່ງແຍ້ງ; ເພີ່ມທະວີການຮ່ວມມືພາຍໃນປະເທດ ແລະ ຮ່ວມມືກັບສາກົນ, ປັບປຸງບັນດາສັນຍາກ່ຽວກັບການຂົນສົ່ງ, ການຄ້າ.