ແຂວງເທື່ອທຽນ - ເຫວ້ ເລີ່ມລົງມືກໍ່ສ້າງ ອາຄານຜູ້ໂດຍສານ T2- ທ່າອາກາດສະຍານສາກົນ ຟູບ່າຍ

(VOVWORLD) -ຕອນເຊົ້າວັນທີ 29 ທັນວາ, ບໍລິສັດໃຫຍ່ທ່າອາກາດສະຍານການບິນ ຫວຽດນາມ (ACV) ໄດ້ເລີ່ມລົງມືກໍ່ສ້າງ ອາຄານຜູ້ໂດຍສານ T2 ທ່າອາກາດສະຍານສາກົນ ຟູບ່າຍ. 

ໂຄງການນີ້ຄາດວ່າຈະກໍ່ສ້າງສຳເລັດໃນຕົ້ນປີ 2021 ແລະ ຈະຮັບໃຊ້ຜູ້ໂດຍສານ 5 ລ້ານເທື່ອຄົນ/ປີ.     ອາຄານຜູ້ໂດຍສານ T2 ນຳເຂົ້າໃຊ້ການ ຈະປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມໃຫ້ແຂວງ ເທື່ອທຽນ ເຫ້ວ ກໍ່ຄື ພາກກາງຫວຽດນາມ. ເຂົ້າຮ່ວມ ແລະ ຊີ້ນຳພິທີລົງມືກໍ່ສ້າງ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເຫນີ: ແຂວງ ເທື່ອທຽນ ເຫ້ວ,ບໍລິສັດໃຫຍ່ທ່າອາກາດສະຍານການບິນ ຫວຽດນາມ ຕ້ອງຕິດຕາມກວດກາບັນດາບໍລິສັດຮັບເໝົາກໍ່ສ້າງໃນການປະຕິບັດໂຄງການດັ່ງກ່າວເພື່ອໃຫ້ຮັບປະກັນຄວາມປອດໄພ, ມີຄຸນນະພາບ ແລະ ສຳເລັດໂຄງການຕາມແຜນການວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ