ແຂວງ ກວາງນິງ (ຫວຽດນາມ) ແລະ ແຂວງ ຫຼວງພະບາງ (ລາວ) ຮ່ວມມີພັດທະນາການທ່ອງທ່ຽວ

ແຂວງ ກວາງນິງ (ຫວຽດນາມ) ແລະ ແຂວງ ຫຼວງພະບາງ (ລາວ) ຮ່ວມມີພັດທະນາການທ່ອງທ່ຽວ - ảnh 1
ພິທີເຊັນບົດບັນທຶກຊ່ວຍຈຳ
(ພາບ: baoquangninh.com.vn)

(vovworld) - ​​ວັນ​ທີ 17/7, ຢູ່​ນະຄອນ ຮ້າ​ລອງ (​ແຂວງ ກວາງ​ນິງ) ​ໄດ້​ດຳ​ເນີນ​ພິທີ​ເຊັນ​ບົດ​ບັນທຶກ​ຊ່ວຍຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​ລະຫວ່າງ​ພະ​ແນ​ກວັດທະ​ນະທຳ, ກິ​ລາ ​ແລະ ທ່ອງ​ທ່ຽວ ​ແຂວງ​ກວາງ​ນິງ ​ແລະ ພະ​ແນ​ກຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ ຫຼວງ​ພະ​ບາງ (ສປປ ລາວ). ​ເລື່ອງ 2 ທ້ອງ​ຖິ່ນ​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຮ່ວມ​ມື​ການທ່ອງທ່ຽວ​ຄັ້ງ​ນີ້​ຈະ​ປະ​ກອບ​ສ່ວນ​ຊຸກຍູ້​ການ​ຮ່ວມ​ມື, ພົວພັນ​ແລກປ່ຽນ ພັດທະນາ​ການ​ທ່ອງ​ທ່ຽວ​ລະຫວ່າງ 2 ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ ​ແລະ 2 ປະ​ເທດ ຫວຽດນາມ - ລາວ ​ເວົ້າລວມ. ລະອຽດ​ຄື, ​ໃນ​​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ກວາງ​ນິງ ​ແລະ ​ແຂວງ​ຫຼວງ​ພະ​ບາງ ສຸ​​ມ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ການທ່ອງທ່ຽວ​ໂປ່​ງ​ໃສ, ສ້າງ​​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະກິດ 2 ປະ​ເທດ ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ ​ແລະ ຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ແຂກ​ທ່ອງ​ທ່ຽວ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​​ເຄື່ອນ​ໄຫວ​ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ ​ໂດຍ 2 ຝ່າຍ​ຈັດ​ຕັ້ງ, ສະໜັບສະໜູນ​ສ້າງ​ເງື່ອນ​ໄຂ​ໃຫ້​​ແກ່ກັນ​ກ່ຽວ​ກັບ​ພື້ນຖານ​ດ້ານ​ວັດຖຸ ​ເພື່​ອ​ໂຄ​ສະ​ນາ​ພາບ​ພົດ​ການທ່ອງ​ທ່ຽວຂອງ​ແຕ່ລະ​ຝ່າຍ, ສົມ​ທົບ​ກັນ​ສ້າງ​ຜະລິດ​ຕະພັນ​ການທ່ອງທ່ຽວ, ​ເປີດສາຍ​ທ່ອງ​ທ່ຽວ​ຕ່າງໆ. 2 ທ້ອງ​ຖິ່ນ​ກໍ່​ເຫັນ​ດີ​ເປັນ​ເອກະ​ສັນວ່າ: ​ແຕ່ລະ​ທ້ອງ​ຖິ່ນ​ຈະ​ສ້າງ​ຕັ້ງ​ຫົວໜ່ວຍ​ຄຸ້ມ​ຄອງ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວເປັນ​ປະຈຳ, ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ເກີດ​ຂຶ້ນ​ໃໝ່ ​ແລະ ສິ່ງຍັງ​ຄົງ​ຄ້າງ​ຢ່າງ​ທັນ​ການ. ພ້ອມ​ກັນ​ນັ້ນ, ​ແຕ່ລະ​ປີ ກໍ່ຈັດ​ຕັ້ງ​ການ​ພົບ​ປະລະ​ຫວ່າງ​ການ​ນຳ 2 ຝ່າຍ​ເພື່ອ​ເປັນ​ເອກະສັນ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວ​ມມື​ພັດທະນາ​ການທ່ອງທ່ຽວ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງຄ້າງ​ໃນ​ວິວັດ​ການ​ພັດທະນາ​ການ​ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ