ແຂວງ ເຊີນລາ ກໍ່ສ້າງ 85 ຫຼັກໝາຍຊາຍແດນສຳເລັດຜົນ

ແຂວງ ເຊີນລາ ກໍ່ສ້າງ 85 ຫຼັກໝາຍຊາຍແດນສຳເລັດຜົນ - ảnh 1
ພາບປະກອບ

(vovworld) – ປະຕິບັດ​ແຜນການ​ສັງ​ລວ​ມວຽກ​ງານ​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ຫວຽດນາມ - ລາວ, ​ແຕ່​ຕົ້ນປີ​ມາ​ຮອດ​ປະຈຸ​ບັນ, ​ໃນ​ທົ່ວ​ລະບົບເສັ້ນ​ຊາຍ​ແດນ ລ້າງ​ເຊີນ - ຫົວພັນ - ຫຼວງ​ພະ​ບາງ ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດລະຫວ່າງ 2 ຝ່າຍ, ​ເປັນ​ເອກະ​ພາບ​ກັນກ່ຽວ​ກັບ 17 ​ຫຼັກ​ໝາຍ​, ກໍ່ສ້າງ​ສຳ​ເລັດ 28 ​ເສົາຫຼັກ​ໝາຍ, ອັນ​ໄດ້​ເພີ່ມຍອດ​ຈຳ​ນວນ​ຫຼັກ​ໝາຍ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ຂຶ້ນ​ເຖິງ 85 ຫຼັກໝາຍ ​ໃນ​ຍອດ​ຈຳ​ນວນ 125 ຫຼັກ​ໝາຍ​ແຫ່ງ​ຊາດ. ​ແຂວງ ​ເຊີນ​ລາ ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ກຳລັງ​ເຂົ້າ​ຮ່ວມ​ການ​ປັກ​ຫຼັກ​ໝາຍ​ປະຕິບັດ​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປະຕິບັດ​ການສຳ​ຫຼວດກຳນົດ​ຫຼັກ​ໝາຍ​​ເປັນ​ຢ່າງ​ດີ. ​ແຂວງ ​ເຊີນ​ລາ ສູ້​ຊົນ​ປະຕິບັດ​ສຳ​ເລັດ​ວຽກ​ງານ​ນີ້​ໃນ​ທ້າຍ​ປີ​ນີ້. ທ່ານ Cam Van Phuong, ຫົວໜ້າ​ພະ​ແນ​ກພົວພັນ​ກັບ​ພາຍ​ນອກ ​ແຂວງ ​ເຊີນ​ລາ ​ໃຫ້​ຮູ້​ວ່າ​:

“ສືບ​ຕໍ່​ປະຕິບັດ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ວຽກ​ງາ​ນປັກ​ຫຼັກ​ໝາຍຖີ່ ​ແລະ ບູລະນະ​ຫຼັກ​ໝາຍຊາຍ​ແດ​ນ​ເຖິງ​ພະນັກງານ, ນັກຮົບ, ປະຊາຊົນ ພິ​ເສດ​ແມ່ນ​ປະຊາຊົນ​ເຂດ​ຊາຍ​ແດນ. ທີ່ 2 ​ແມ່ນ​ຍາດ​ແຍງ​ການ​ຊ່ວຍ​ເຫຼືອ, ​ແນະນຳ ກ່ຽວ​ກັບ​ວິ​ຊາຊີບ ​ແລະ ສ້າງ​ເງື່ອນ​ໄຂ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ. ທີ່ 3 ​ແມ່ນ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ທີ່ສຸດ ກ່ຽວ​ກັບ​ຍານພາຫະນະ, ອຸປະກອນ​ເຄື່ອງ​ຈັກ ​ແລະ ບັນດາ​ສິ່ງ​ທີ່​ຈຳ​ເປັນ​ໃຫ້​ແກ່​ບັນດາ​ກຳລັງ​ເຂົ້າ​ຮ່ວມ​ປັກ​ຫຼັກ​ໝາຍ ກໍ​ຄື ​ເພີ່​ມທະວີ​ວຽກ​ງານ​ຊີ້​ນຳນຳພາ, ການ​ປະຕິບັດ​ວຽກ​ງານ​ປັກຫຼັກ​ໝາຍ​ຊາຍ​ແດນ​ຂອງ​ແຂວງ​ຢ່າງ​ມີ​ປະສິດທິ​ຜົນ​ດີກ່ວາ​ອີກ.”

ຂ່າວ/ບົດ​ອື່ນ