ແຂວງ ເບັນແຈ ມອບທຶນສຶກສາໃຫ້ ນັກຮຽນທຸກຍາກ, ເດັກກຳພ້າ, ເດັກພິການ
(ພາບປະກອບ)
(vovworld) - ວັນທີ 03/03, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ/ ດີໂອຊີນ ແຂວງ ເບັນແຈ ພ້ອມກັບບໍລິສັດຫຸ້ນສ່ວນນ້ຳນົມຫວຽດນາມ Vinamilk ແລະ ສະມາຄົມບັນດາເພື່ອນມິດຫວຽດນາມ ຢູ່ຝລັ່ງ ໄດ້ມອບທຶນສຶກສາໃຫ້ນັກຮຽນທຸກຍາກ, ເດັກກຳພ້າ, ເດັກພິການ 147 ຄົນຢູ່ບັນດາໂຮງຮຽນໃນບໍລິເວນແຂວງ ເບັນແຈ ສົກຮຽນ 2012 – 2013. ໃນຄັ້ງນີ້, ທຶນສຶກສາທີ່ມອບໃຫ້ນັກຮຽນປະຖົມ ແມ່ນ 600.000 ດົງ/ພູດ, ນັກຮຽນມັດທະຍົມຕອນຕົ້ນແມ່ນ 800.000 ດົງ/ພູດ, ນັກຮຽນມັດຕະຍົມຕອນປາຍ 1 ລ້ານດົງ/ພູດ. ລວມຈຳນວນເງິນກວ່າ 130 ລ້ານດົງ. ເນື່ອງໃນໂອກາດນີ້, ແຂວງ ເບັນແຈ ໄດ້ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີໃຫ້ແກ່ທ່ານນາງ ວໍ້ທິຫາວ, ຊາວຫວຽດນາມ ອາໄສຢູ່ ການາດາ, ຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າ ໃນວຽກງານກຸສົນທີ່ມີຕໍ່ບັນດາຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ/ ດີໂອຊີນ ແຂວງ ເບັນແຈ.