ແຄງ​ຮ່​ວາ ຂຶ້ນ​ແຜນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 10 – 11 ລ້ານ​ເທື່ອ​ຄົນ​ໃນ​ປີ​ນີ້

(VOVWORLD) - ລາຍການ “ການທ່ອງທ່ຽວ ຍາຈາງ - ແຄ້ງຮ່ວາ, ສະຖານທີ່ໄປເພື່ອຮັກ” ຈະດຳເນີນໃນຕອນຄ່ຳວັນທີ 13 ຕຸລາ, ຢູ່ສະໜາມຫຼວງ 2/4, ນະຄອນ ຍາຈາງ, ແຂວງ ແຄ້ງຮ່ວາ.
ແຄງ​ຮ່​ວາ ຂຶ້ນ​ແຜນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 10 – 11 ລ້ານ​ເທື່ອ​ຄົນ​ໃນ​ປີ​ນີ້ - ảnh 1ແຂກທ່ອງທ່ຽວຕ່າງປະເທດມາທ່ຽວ ຍາຈາງແຄ້ງຮ່ວາ (ພາບ: VOV)

ສະມາຄົມ ການທ່ອງທ່ຽວ ຍາຈາງ - ແຄ້ງຮ່ວາ ໄດ້ວາງເປົ້າໝາຍໃນປີ 2024 ຈະຕ້ອນຮັບແຂກທ່ອງທ່ຽວ 10 – 11 ລ້ານເທື່ອຄົນ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ການຖະແຫຼງຂ່າວປະກາດກ່ຽວກັບການທ່ອງທ່ຽວແຄ້ງຮ່ວາ ບັນລຸ 9 ລ້ານເທື່ອຄົນ ແລະ ປຸກລະດົມການກະຕຸກຊຸກຍູ້ການທ່ອງທ່ຽວ ດ້ວຍຫົວຂໍ້ “ການທ່ອງທ່ຽວ ຍາຈາງ - ແຄ້ງຮ່ວາ, ສະຖານທີ່ທ່ອງທ່ຽວໄປເພື່ອຮັກ” ໂດຍສະມາຄົມການທ່ອງທ່ຽວ ຍາຈາງ - ແຄ້ງຮ່ວາ ຈັດຂຶ້ນໃນວັນທີ 4 ຕຸລາ, ຢູ່ແຂວງແຄ້ງຮ່ວາ.

ລາຍການ “ການທ່ອງທ່ຽວ ຍາຈາງ - ແຄ້ງຮ່ວາ, ສະຖານທີ່ໄປເພື່ອຮັກ” ຈະດຳເນີນໃນຕອນຄ່ຳວັນທີ 13 ຕຸລາ, ຢູ່ສະໜາມຫຼວງ 2/4, ນະຄອນ ຍາຈາງ, ແຂວງ ແຄ້ງຮ່ວາ. ລາຍການຈະລວມມີບັນດາການສະແດງສິລະປະທີ່ພົ້ນເດັ່ນທີ່ມີການປະສົມປະສານລະຫວ່າງດົນຕີ, ແສງສີ ແລະ ບັນດາລາຍການສະແດງສິລະປະ ໂດຍບັນດານັກສິລະປິນແຖວໜ້າສະແດງ. ຜ່ານເຫດການ, ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ນອກແຂວງ ຈະມີໂອກາດສົມທົບກັນ, ຮ່ວມມືຊຸກຍູ້ການພັດທະນາລວມຂອງຂະແໜງການທ່ອງທ່ຽວແຂວງ ແຄ້ງຮ່ວາ, ປະກອບສ່ວນຍົກສູງພາບພົດຂອງການທ່ອງທ່ຽວ ຍາຈາງ - ແຄ້ງຮ່ວາ ໃນສາຍຕາຂອງເພື່ອນມິດສາກົນ. ຜ່ານເຫດການ, ແຂວງແຄ້ງຮ່ວາສູ້ຊົນຕ້ອນຮັບແຂກທ່ອງທ່ຽວຕື່ມອີກ 1 – 2 ລ້ານເທື່ອຄົນ, ບັນລຸແຕ່ 10 – 11 ລ້ານເທື່ອຄົນໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ