ແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະປະຊາຊາດ ແລະ ອາເມລິກາ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ ໄດ້ໄປຮອດ ນິວຢອກ, ປະເທດ ອາເມລິກາ, ເລີ່ມຕົ້ນອາຍຸການເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ.
ແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະປະຊາຊາດ ແລະ ອາເມລິກາ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ
(ພາບ: TTXVN)

ວັນທີ 17 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮ່ວາງຢາງ ໄດ້ໄປຮອດ ນິວຢອກ, ປະເທດ ອາເມລິກາ, ເລີ່ມຕົ້ນອາຍຸການເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ.

        ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ເກີດປີ 1977, ໄດ້ເຮັດວຽກໃນຂົງເຂດການຕ່າງປະເທດຫຼາຍຝ່າຍເວົ້າລວມເປັນເວລາຫຼາຍປີ ແລະ ຕິດພັນກັບສະຫະປະຊາຊາດ ເວົ້າສະເພາະ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເຄີຍດຳລົງຕຳແໜ່ງວິຊາສະເພາະຢູ່ ກົມກົດໝາຍ ແລະ ສົນທິສັນຍາສາກົນ ກໍຄືວິຊາສະເພາະ ແລະ ການຄຸ້ມຄອງຢູ່ ກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ວັນທີ 20 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງທ່ານ ດັ້ງຮ່ວາງຢາງ ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ທີ່ ນິວຢອກ.

ແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະປະຊາຊາດ ແລະ ອາເມລິກາ - ảnh 2(ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນກວກຢຸງ ແລະ ພັນລະຍາ)

ວັນທີ 16 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນກວກຢຸງ ໄດ້ໄປຮອດນະຄອນຫຼວງ ວໍຊິງຕັນ, ເລີ່ມຕົ້ນປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດປະເທດ ສສ.ຫວຽດນາມ ປະຈຳ ສະຫະລັດ ອາເມລິກາ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ແຕ່ງຕັ້ງທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳ ອາເມລິກາ ໃນເດືອນ ມັງກອນ 2022. ທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ເຄີຍດຳລົງຕຳແໜ່ງເປັນຮອງລັດຖະມົນຕີການຕ່າງປະເທດ ທັງເປັນຫົວໜ້າ SOM ASEAN ເປັນເວລາຫຼາຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ