ແຕ່ລະປີຫວຽດນາມ ມີຜູ້ຕິດຢາສູບກ່ວາ 40.000 ຄົນເສຍຊີວິດ
(ພາບປະກອບ)
(vovworld) – ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາເພດຊາຍສູບຢາສູງກວ່າໝູ່ຢູ່ໃນໂລກ ແລະ ແຕ່ລະປີມີກວ່າ 40.000 ຄົນເສຍຊີວິດຍ້ອນຕິດພະຍາດຕາງໆຈາກຢາສູບ. ເພື່ອຫຼຸດຜ່ອນຜົນຮ້າຍຂອງເລື່ອງສູບຢາທີ່ມີຕໍ່ສຸຂະພາບ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ປີ 2012 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນຜົນຮ້າຍຈາກຢາສູບ ແລະ ຈະມາຜົນສັກສິດແຕ່ວັນທີ 01/05 ຈະມາເຖິງ. ໃນຕົ້ນປີ 2013, ນາຍົກລັດຖະມົນຕີກໍປະກາດຂໍ້ກຳນົດຮັບຮອງເອົາຍຸດທະສາດແຫ່ງຊາດກ່ຽວກັບຜົນຮ້າຍຂອງຢາສູບຮອດປີ 2020, ເພື່ອແນໃສ່ຫຼຸດຜ່ອນຄວາມຕ້ອງການນຳໃຊ້ ແລະ ຄວບຄຸມ ເພື່ອຫຼຸດຜ່ອນສະໜອງຜະລິດຕະພັນຢາສູບຢູ່ຫວຽດນາມ ລົງເທື່ອລະກ້າວ. ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບ ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 23/04, ຢູ່ຮ່າໂນ້ຍ. ທ່ານນາງຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິຊວຽນ, ຮອງຫົວໜ້າໂຄງການປ້ອງກັນຕ້ານຜົນຮ້າຍຈາກຢາສູງແຫ່ງຊາດໃຫ້ຮູ້ວ່າ.
“ນອກຈາກບັນດາຜົນສຳເລັດໃນເບື້ອງຕົ້ນ, ວຽກງານປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບຢູ່ຫວຽດນາມ ຢັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ອັດຕາເພດຊາຍສູບຢາຍັງສູງຢູ່. ການເຄື່ອນໄຫວປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ຂອງບັນດາການນຳຢ່າງແທ້ຈິງ. ການລົງທຶນແຫຼ່ງກຳລັງໃຫ້ແກ່ການປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບຍັງຖືກຈຳກັດຢູ່”.