ທ່ານ ຫງວຽນທ້ຽນເຍິນ ລົງຢ້ຽມຢາມສະຖານີວິທະຍຸກະຈາຍສຽງ
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 91 ປີ ແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925-21/6/2016). ຕອນເຊົ້າວັນທີ 17/6, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍິນ ໄດ້ລົງຢ້ຽມຢາມ ແລະ ອວຍພອນຄະນະການນຳ, ນັກຂ່າວ, ບັນນາທິການ, ນັກເຕັກນິກສຳນັກຂ່າວສານ ຫວຽດນາມ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ແລະ ສະຖານີໂທລະພາບ ຫວຽດນາມ. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍິນຖືວ່າ, ການເຄື່ອນໄຫວຂອງ ສຳນັກຂ່າວສານ ຫວຽດນາມ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ແລະ ສະຖານີໂທລະພາບ ຫວຽດນາມ ໃນໄລຍະຜ່ານມາ ໄດ້ມີການປ່ຽນໃໝ່ຫຼາຍຢ່າງ, ກ່ຽວກັບພື້ນຖານດ້ານວັດຖຸ, ເນື້ອໃນ, ລາຍການ, ມີຫຼາຍຄໍລຳ ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງສັງຄົມ. ທ່ານ ຫງວຽນທ້ຽນເຍິນຫວັງວ່າ, ສຳນັກຂ່າວສານ ຫວຽດນາມ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ແລະ ສະຖານີໂທລະພາບ ຫວຽດນາມ ຈະສືບຕໍ່ອັບເດັດ, ພັດທະນາ, ສ້າງບາດກ້າວບຸກທະລຸ ແລະ ບັນຍາການໃໝ່ໃຫ້ລະບົບສື່ສານ, ສື່ມວນຊົນຂອງປະເທດໃຫ້ເທົ່າທຽມກັບລະດັບພາກພື້ນ ແລະ ສາກົນ, ທ່ານຢືນຢັນວ່າ, ແນວໂຮມປະເທດຊາດ ຫວຽດນາມຈະສືບຕໍ່ສົມທົບກັບສຳນັກຂ່າວສານຫວຽດນາມ, ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ແລະ ສະຖານີໂທລະພາບ ຫວຽດນາມ ໃນວຽກງານຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມ, ປຸກລຸກນຳ້ໃຈສາມັກຄີ, ເຕົ້າໂຮມປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃນຕໍ່ໜ້າ.