ແນວໂຮມປະເທດຊາດຫວຽດນາມອວຍພອນບຸນຄຼິດສະມາດຢູ່ເຂດຊາວຄິຼດບັກນິງ
ການນຳແຂວງເທື່ອທຽນ-ເຫວ໋ ແລະ ນະຄອນເຫວ໋
ອວຍພອນສຳນັກສັງຄະລາດເຫວ໋
(ພາບ: thuathienhue.gov.vn)
(vovworld) -ວັນທີ 24/12, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານຮອງປະທານ, ທັງເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫວູຈ້ອງກິມ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ, ອວຍພອນສຳນັກສັງຄະລາດບັກນິງ ໃນໂອກາດບຸນຄຼິດສະມາດ.
ຕາງໜ້າ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານຮອງປະທານ ຫວູຈ້ອງກິມ ໄດ້ອວຍພອນ ສັງຄະລາດ ຮ່ວາງວັນດາດ, ສັງຄະລາດເຂດຊາວຄິຼດບັກນິງ, ທັງເປັນເລຂາທິການໃຫຍ່ສະພາສັງຄະລາດຫວຽດນາມ, ພ້ອມກັບບັນດາຜູ້ມີຍົດຖາບັນດາສັກ ແລະ ຊາວຄິຼດໃນເຂດ ໄດ້ຕ້ອນຮັບບຸນຄຼິດສະມາດໃນຄວາມສະຫງົບສຸກ ແລະ ເຕັມໄປດ້ວຍຄວາມອົບອຸ່ນໃນຄວາມສາມັກຄີທົ່ວປວງຊົນທັງຊາດ. ທ່ານຮອງປະທານ ຫວູຈ້ອງກິມ ຕີລາຄາສູງການເຄື່ອນໄຫວຕ່າງໆຂອງເຂດຊາວຄິຼດບັກນິງໃນປີຜ່ານມາ, ພິເສດແມ່ນໃນວຽກງານສັງຄົມ, ເຂົ້າຮ່ວມຂະບວນການຕ່າງໆໂດຍແນວໂຮມປະເທດຊາດປຸກລະດົມ. ທ່ານກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມຄືບໜ້າໃນການພົວພັນລະຫວ່າງຫວຽດນາມກັບໂບດ ວາຕີກັງ ໃນໄລຍະຜ່ານມາ. ພ້ອມທັງສະເໜີສັງຄະລາດເຂດຊາວຄິຼດບັກນິງ ສືບຕໍ່ເອົາໃຈໃສ່ຂົນຂວາຍບັນດາຄຸນພໍ່, ຊາວຄຼິດເຂົ້າຮ່ວມຂະບວນການ ແລະ ການເຄື່ອນໄຫວຕ່າງໆຂອງແນວໂຮມປະເທດຊາດຫວຽດນາມໃນປີ 2015, ປະກອບສ່ວນກໍ່ສ້າງແນວໂຮມປະເທດຊາດ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.
ກ່ອນໜ້ານັ້ນ, ວັນທີ 23/12, ການນຳແຂວງເທື່ອທຽນ-ເຫວ໋ ແລະ ນະຄອນເຫວ໋ ໄດ້ໄປຢ້ຽມຢາມ ແລະ ອວຍພອນສຳນັກສັງຄະລາດເຫວ໋, ເນື່ອງໃນໂອກາດບຸນຄຼິດສະມາດ 2014. ຕາງໜ້າສັງຄະມົນທົນເຫວ໋, ສັງຄະນາຍົກ ເລວັນຮົ່ງ ສະແດງຄວາມພາກພູມໃຈຕໍ່ບັນດາບາດກ້າວພັດທະນາໃນຂົງເຂດຕ່າງໆຂອງແຂວງ ໃນຊຸມປີຜ່ານມາ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງທ້ອງຖີ່ນ, ທົ່ວແຂວງຈະສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງກວ່າອີກໃນປີຈະມາເຖິງ. ສັງຄະນາຍົກຢືນຢັນວ່າ, ບັນດາຍົດຖາບັນດາສັກ ແລະ ປະຊາຊົນຊາວຄຼິດຍາມໃດກໍ່ພ້ອມກັບອຳນາດການປົກຄອງ ແລະ ປະຊາຊົນໃນແຂວງປະກອບສ່ວນຢ່າງມີປະສິດທິຜົນກວ່າອີກໃນພາລະກິດສ້າງສາປະເທດ, ບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີສວຍງາມ, ສີວິໄລກວ່າອີກ.
ໂອກາດນີ້, ການນຳແຂວງຊອກຈັງ ກໍ່ໄດ້ຈັດ 16 ຄະນະ ໄປຢ້ຽມຢາມ, ອວຍພອນ, ມອບຂອງຂວັນຢູ່ບັນດາໂບດ, ຄອບຄົວຊາວຄຼິດທີ່ດີເດັ່ນ. ການນຳແຂວງໄຕນິງ ກໍ່ໄປຢ້ຽມຢາມ ແລະ ອວຍພອນຍົດຖາບັນດາສັກ ແລະ ປະຊາຊົນຊາວຄຼິດໃນແຂວງ. ພ້ອມທັງສະແດງຄວາມປາຖະໜາວ່າ, ບັນດາຄຸນພໍ່, ຫຼວງພໍ່ ກໍ່ຄືປະຊາຊົນຊາວຄຼິດ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະຕິບັດຕາມທິດນຳ “ຢູ່ໃນສິນ ກິນໃນທຳ“, ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ປະກອບສ່ວນເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ກໍ່ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບຮັງມີເຂັ້ມແຂງ.