ແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມວິວັດການປະຕິຮູບຕຸລາການ
ແນວໂຮມປະເທດຊາດຫວຽດນາມ
ເຂົ້າຮ່ວມວິວັດການປະຕິຮູບຕຸລາການ
(ພາບ: daidoanket.vn)
(vovworld) – ຕອນເຊົ້າວັນທີ 09/09, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ “ແນວໂຮມປະເທດຊາດຫວຽດນາມເຂົ້າຮ່ວມວິວັດການປະຕິຮູບຕຸລະການ”. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ, ນັກວິທະຍາສາດ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ໄດ້ແລກປ່ຽນກ່ຽວກັບບົດບາດຂອງແນວໂຮມປະເທດຊາດຫວຽດນາມ ໃນວຽກງານປະຕິຮູບຕຸລະການ, ສິ່ງທ່ີບໍ່ເຖິງຖອງ ເມື່ອແນວໂຮມປະເທດຊາດຫວຽດນາມ ເຂົ້າຮ່ວມວິວັດການປະຕິຮູບຕຸລະການ. ພ້ອມທັງຍົກອອກມາດຕະການແກ້ໄຂ, ຮູບການຮັບປະກັນການເຂົ້າຮ່ວມຂອງແນວໂຮມປະເທດຊາດ ເຂົ້າໃນການປະຕິຮູບຕຸລະການຢ່າງມີປະສິດທິຜົນ, ໃນນັ້ນມີບົດບາດຕິດຕາມກວດກາຂອງແນວໂຮມ, ຂອງປະຊາຊົນສຳລັບການເຄື່ອນໄຫວຕຸລະການໃຫ້ສຳເລັດ, ປະກອບສ່ວນພ້ອມກັບພັກ, ລັດ ປະຕິບັດຄາດໝາຍ, ໜ້າທີ່ຂອງຍຸດທະສາດປະຕິຮູບຕຸລະການຮອດປີ 2020. ບັດດາຜູ້ແທນກໍຖືວ່າ: ເລື່ອງແນວໂຮມປະເທດຊາດ ເຂົ້າຮ່ວມວິວັດການປະຕິຮູບຕຸລະການ ຕ້ອງຜັນຂະຫຍາຍຢ່າງຄົບຖ້ວນ ໃນທຸກຂົງເຂດ, ປະກອບສ່ວນສ້າງນະໂຍບາຍ, ລະບອບກົດໝາຍໃຫ້ສົມບູບແບບ; ຍົກສູງຄວາມເຂົ້າໃຈດ້ານກົດໝາຍໃນປະຊາຊົນ; ປົກປ້ອງສິດຜົນປະໂຫຍດອັນຊອບທຳ ແລະ ຖືກຕາມກົດໝາຍຂອງປະຊາຊົນ.