ແນວໂຮມປະເທດຊາດຮ່ວມເດີນທາງພ້ອມກັບສື່ມວນຊົນໃນການ ຕ້ານສໍ້ລາດບັງຫຼວງ
ວາລະປະຊຸມ ຄະນະຊີ້ນຳການແຂ່ງຂັນຊິງລາງວັນສື່ມວນຊົນທົ່ວປະເທດ “ ສື່ມວນຊົນກັບວຽກງານ ການປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ, ການຟຸມເຟືອຍ`` |
(vovworld)- ຕອນເຊົ້າວັນທີ 1/3, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສະມາຄົມນັກຂ່າວຫວຽດນາມໄດ້ຈັດວາລະປະຊຸມຄັ້ງທີ 1 ຄະນະຊີ້ນຳການແຂ່ງຂັນຊິງລາງວັນສື່ມວນຊົນທົ່ວປະເທດ “ ສື່ມວນຊົນກັບວຽກງານ ການປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ, ການຟຸມເຟືອຍ ” ໂດຍພາຍໃຕ້ການເປັນປະທານຂອງທ່ານຫງວຽນຖ້ຽນເຍີນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ . ທີ່ວະລະປະຊຸມ, ທ່ານຫງວຽນຖ້ຽນເຍີນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ : ແນວໂຮມປະເທດຊາດຫວຽດນາມຍາມໃດກໍຮ່ວມເດີນທາງພ້ອມກັບສື່ມວນຊົນໃນວຽກງານການປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ, ການຟຸມເຟືອຍ. ເພື່ອຮັບໃຊ້ໃຫ້ການແຂ່ງຂັນຊິງລາງວັນສື່ມວນຊົນ, ຄະນະຊີ້ນຳຈະຈັດກອງປະຊຸມສຳມະນາ “ ສື່ມວນຊົນກັບການຕໍ່ສູ້ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ໃນໄຕມາດທີ 2/2017 ”, ພ້ອມທັງຍ້ອງຍໍຊົມເຊີຍບັນດານັກຂ່າວທີ່ມີບົດຂຽນທີ່ກ່ຽວຂ້ອງເຖິງການຄົ້ນພົບບັນດາກໍລະນີ ສໍ້ລາດບັງຫຼວງ, ການຟຸມເຟືອຍ.