ແນວໂຮມປະເທດຊາດ ສອງແຂວງ ກຽນຢາງ ແລະ Kep (ກຳປູເຈຍ) ຮ່ວມແຮງຮ່ວມໃຈ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ
(VOVWORLD) - ໃນຊຸມປີຜ່ານມາ, ແນວໂຮມປະເທດຊາດສອງແຂວງ ກຽນຢາງ, Kep ໄດ້ສົມທົບກັບບັນດາຂະແໜງໂຄສະນາເຜີຍແຜ່ແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍ ວ່າດ້ວຍການກໍ່ສ້າງເຊັ້ນຊາຍແດນແຫ່ງສັນຕິພາບມິດຕະພາບ.
ການນຳແຂວງ Kep ມອບຂອງຂວັນໃຫ້ແກ່ຝ່າຍ ຫວຽດນາມ |
ວັນທີ 27 ທັນວາ, ຢູ່ນະຄອນ ແຣກຢ໊າ, ແຂວງ ກຽນຢາງ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກຽນຢາງ ໄດ້ສົມທົບກັບຄະນະກຳມະການ ແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ແຂວງ Kep ໄດ້ຈັດກອງປະຊຸມສະຫຼຸບເບື້ອງຕົ້ນໃນ 1 ປີແຫ່ງການປະຕິບັດແຜນການແຂ່ງຂັນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາໄລຍະ 2023 – 2025.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິເວະ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກຽນຢາງ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ແນວໂຮມປະເທດຊາດສອງແຂວງ ກຽນຢາງ, Kep ໄດ້ສົມທົບກັບບັນດາຂະແໜງໂຄສະນາເຜີຍແຜ່ແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍ ວ່າດ້ວຍການກໍ່ສ້າງເຊັ້ນຊາຍແດນແຫ່ງສັນຕິພາບມິດຕະພາບ; ຂົນຂວາຍປະຊາຊົນສອງຝ່າຍ ປະຕິບັດກົດໝາຍເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາຄວາມໝັ້ນຄົງເຂດຊາຍແດນ, ໂຄສະນາກ່ຽວກັບວຽກງານແບ່ງເສັ້ນຊາຍແດນຈຳແນກ, ປັກຫຼັກໝາຍຊາຍແດນດິນຕໍ່ແຜ່ນ ລະຫວ່າງ ຫວຽດນາມ - ກຳປູເຈຍ. ສອງແຂວງຢູ່ເຂດຊາຍແດນພ້ອມກັນກວດພົບ, ສະກັດກັ້ນສະພາບການຄ້າເຖື່ອນຜ່ານຊາຍແດນ, ຂຸດຄົ້ນສິນທະເລແບບຜິດກົດໝາຍ ແລະ ກົນອຸບາຍ, ການກະທຳທີ່ທຳລາຍ, ແບ່ງແຍກນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຢູ່ເຂດຊາຍແດນ.