ແນະນຳສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍທີ່ມີຄວາມສາມາດບົ່ມຊ້ອນແລະດຶງດູດໃຈ

ແນະນຳສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍທີ່ມີຄວາມສາມາດບົ່ມຊ້ອນແລະດຶງດູດໃຈ - ảnh 1
ແຂກຕ່າງປະເທດ ຢູ່ ຫວຽດນາມ
(ພາບ: hanoi.tourism)

(vovworld) –  ຕອນ​ບ່າຍ​ວັນ​ທີ 14/4, ພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ ​ໄດ້​​ໂຄສະນາແນະນຳ​ຮູບພາບ​ກ່ຽວ​ກັບ​ການທ່ອງທ່ຽວ ຮ່າ​ໂນ້ຍ ທີ່​ດູດດືມ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ ​ເຖິງບັນດາ​ວິສາ​ຫະກິດ​ທ່ອງທ່ຽວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ບັນດາ​ອົງການ​ສາກົນ​ເພື່ອ​ແນ​ໃສ່​ໂຄ​ສະນາ, ຍົກ​ສູງ​ທີ່​ຕັ້ງ​ຂອງການທ່ອງທ່ຽວຢູ່ ຮ່າ​ໂນ້ຍ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ ມາ​ຢ້ຽມຢາມ ຮ່າ​ໂນ້ຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ທີ່​ກອງ​ປະ​ຊຸມ, ທ່ານ ​ໂດ໋ດິ່ງ​ຮົ່ງ, ຫົວໜ່ວຍພະ​ແນ​ກທ່ອງ​ທ່ຽວ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ: ​​ເລື່ອງ​ລົງທຶນ, ຍົກ​ລະດັບ​ການ​ພັດທະນາ​ບັນດາ​ເຂດ, ສະຖານ​ທີ່​ທ່ອງ​ທ່ຽວ, ປຸບປຸງ​ສະພາບ​​ແວ​ດລ້ອມ​ແຫ່ງ​ການ​ທ່ອງ​ທ່ຽວ​ຈະ​ຊຸກຍູ້​ການ​ເພີ່ມ​ຈຳນວນ​ແຂກ​ທ່ອງທ່ຽວພາຍ​ໃນ​ ​ແລະ ຕ່າງປະ​ເທດມາຢ້ຽມຢາມ ຮ່າ​ໂນ້ຍ, ພິ​ເສດ​ແມ່ນ​ແຂກທີ່​ເດີນທາງ​ໄປມາ​ໃນ​ເຂດ ອາ​ຊຽນ:

        “ປະຈຸ​ບັນ, ອຳນາດ​ການ​ປົກ​ຄອງ​ນະຄອນ ຮ່າ​ໂນ້ຍ ພວມ​ເອົາ​ໃຈ​ໃສ່​ລົງທຶນ​ແລະ ມີ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ເພື່ອ​ແນ​​ໃສ່​ດຶງ​ດູດ​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ ​ແລະ ​ແຂກ​​ທ່ອງ​ທ່ຽວ ມາ​ຢ້ຽມຢາມ​ນະຄອນຫຼວງ. ນະຄອນ​ກໍ່​ໄດ້​ເຊີນ​ນັກ​ຊ່ຽວຊານ​ຈາກຕ່າງປະ​ເທດ​ມາຊ່ວຍ​ສ​້າງແຜນສັງ​ລວມ ​ແລະ ການ​ພັດທະນາ​ການ​ທ່ອງ​ທ່ຽວລາຍ​ລະອຽດ​ຢູ່ ຮ່າ​ໂນ້ຍ, ​ເປັນ​ພື້ນຖານ​ເພື່ອ​ຮຽກ​ຮ້ອງ​ການ​ລົງທຶນ ​ແລະ ພັດທະນາຢູ່​ບາງ​ເຂດ​ທ່ອງ​ທ່ຽວປະສົມ​ທີ່​​ມີ​ລະດັບ​ສາກົນ ​ແລະ ພາກ​ພື້ນ.”


ຂ່າວ/ບົດ​ອື່ນ