ແບ່ງປັນບົດຮຽນກ່ຽວກັບການຫັນກົດໝາຍໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມກົມກ່ຽວ

ແບ່ງປັນບົດຮຽນກ່ຽວກັບການຫັນກົດໝາຍໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມກົມກ່ຽວ - ảnh 1
ຜູ້​ຊ່ຽວ​ຊານ​ເອີ​ລົບ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:internet

(vovworld)- ​ໃນ​ວັນ​ທີ 16 ແລະ 17/7, ຢູ່ ນະ​ຄອນ ດາ​ຫນັງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ຫົວ​ຂໍ້​: “ຫັນ​ກົດ​ໝາຍ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ໃຫ້​ມີ​ຄວາມ​ກົມ​ກ່ຽວ- ບັນ​ດາ​ບັນ​ຫາ​ວາງ​ອອກ​ສຳ​ລັບ​ຫວຽດ​ນາມ​ຜ່ານ​ບົດ​ຮຽນ​ຈາກ EU”. ກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ສົມ​ທົບ​ກັບ ຄະ​ນະ​ຜູ້​ຕາງ​ຫນ້າ ສະ​ຫະ​ພາບ​ເອີ​ລົບ ປະ​ຈຳ​ຫວຽດ​ນາມ ຈັດ​ຂຶ້ນ. ນີ້​ແມ່ນ​ເວ​ທີ​ປາ​ໄສ​ເພື່​ອ​ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ບັນ​ດາ​ນັກ​ຮຽນ​ຮູ້​ເອີ​ລົບ ແລະ ອາ​ຊຽນ ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ ແລະ ນັກ​ຮຽນ​ຮູ້ ຫວຽດ​ນາມ ກ່ຽວ​ກັບ​ການ​ຫັນ​ກົດ​ໝາຍ​ໃຫ້​ມີ​ຄວາມ​ກົມ​ກ່ຽວ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຫວຽດ​ນາມ​ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອາ​ຊຽນ.

ທີ່ກອງ​ປະ​ຊ​ຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ຊ່ຽວ​ຊານ​ໄດ້​ແບ່ງ​ປັນ​ຄວາມ​ຮູ້ ແລະ ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ພຶດ​ຕິ​ກຳ​ທີ່​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ແລະ ​ການຫັນ​ກົດ​ໝາຍໃຫ້​ມີ​ຄວາມ​ກົມ​ກ່ຽວ​ຢູ່ ອີ​ຢູ.

 

 

ຂ່າວ/ບົດ​ອື່ນ