ແບ່ງປັນບົດຮຽນຮັບມືກັບໄພພິບັດຢ່າງຮີບດ່ວນໃນພາກພື້ນອາຊຽນ
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ພ້ອມກັບບັນດາຜູ້ແທນ
ຫວຽດນາມລົງກວດກາສະຖານທີ່ຝືກຊ້ອມ
|
(vovworld)- ວັນທີ 24/10, ຢູ່ ຮ່າໂນ້ຍ,ຄະນະກຳມະການແຫ່ງຊາດກ່ຽວກັບການຊອກຫາກູ້ໄພກູ້ຊີບ ຫວຽດນາມ ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ສູນປະສານງານການຫນູນຊ່ວຍມະນຸດສະທຳອາຊຽນ ໄດ້ຈັດຕັ້ງກອງປະຊຸມສະຫລຸບ, ຕີລາຄາໝາກຜົນຂອງສັບປະດາ ຝືກຊ້ອມຮັບມືກັບໄພພິບັດພາກພື້ນອາຊຽນປີ 2013 (ARDEX 13). ທີ່ກອງປະຊຸມ, ບັນດາສະມາຊິກໃນກຸ່ມອາຊຽນ ໄດ້ເຂົ້າຮ່ວມສັບປະດາຝືກຊ້ອມ ແລະ ບັນດານັກສັງເກດການສາກົນ ລ້ວນແຕ່ຕີລາຄາສູງໝາກຜົນການເຄື່ອນໄຫວຂອງສັບປະດາຝືກຊ້ອມ. ຜູ້ຕາງຫນ້າບັນດາປະເທດອາຊຽນ ກໍໄດ້ຍ້ອງຍໍ, ສັນລະເສີນບັນດາກຳລັງເຂົ້າຮ່ວມການຝືກຊ້ອມໄດ້ຕັ້ງຫນ້າ, ເປັນເຈົ້າການ, ສົມທົບກັນຢ່າງແຫນ້ນແຟ້ນ, ແກ້ໄຂຄວາມຫຍຸ້ງຍາກໃນບັນດາກໍລະນີທົດລອງເພື່ອປະຕິບັດເນື້ອໃນຝືກຊ້ອມເປັນຢ່າງດີ.
ກ່ອນຫນ້ານັ້ນ, ຕອນເຊົ້າວັນທີ 23/10, ຢູ່ຕາແສງ ຖູ້ຍອານ ເມືອງ ບາຫວີ່ ນະຄອນ ຮ່າໂນ້ຍ ໄດ້ດຳເນີນການຝືກຊ້ອມກຳລັງຮັບມືກັບໄພທຳມະຊາດພາກພື້ນອາຊຽນປີ 2013. ໃນວິວັດການຝືກຊ້ອມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ພ້ອມກັບບັນດາຜູ້ແທນ ໄດ້ຊີ້ນຳ ແລະ ໄປກວດກາຕົວຈິງສະຖານທີ່ຝືກຊ້ອມ ພ້ອມທັງຕີລາຄາສູງຄວາມມານະພະຍາຍາມຂອງກຳລັງກູ້ໄພກູ້ຊີບຫວຽດນາມ ແລະ ການຫນູນຊ່ວຍຢ່າງທັນການຂອງບັນດາປະເທດໃນພາກພື້ນ. ກ່າວຄຳເຫັນອັດການຝືກຊ້ອມ, ທ່ານ ກາວດືກຟາດ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຫົວຫນ້າຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມສູນກາງຊີ້ແຈ້ງວ່າ: ບັນດາກຳລັງຂອງຫວຽດນາມ ແລະ ບັນດາປະເທດອາຊຽນ ໄດ້ສົມທົບກັນປະຕິບັດການຝືກຊ້ອມທີ່ຖືກກັບແຜນການວາງອອກ. ບັນດາຝ່າຍໄດ້ຮຳ່ຮຽນເອົາບົດຮຽນເຊິ່ງກັນ ແລະກັນ ເພື່ອແກ້ໄຂບັນດາກໍລະນີລະອຽດ. ນີ້ແມ່ນພື້ນຖານເພື່ອສາມາດສຳເລັດກົນໄກ, ເພ່ີມທະວີການປະສານສົມທົບກັນໃນອະນາຄົດ, ພິເສດສາມາດພ້ອມກັນຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນພາກພື້ນ.