ແພດໝໍອາຊຽນກວ່າ 300 ຄົນຝຶກຊ້ອມການຮັບມືກັບພາຍຸຮ້າຍແຮງ

(VOVWORLD) -ຕອນເຊົ້າວັນທີ 27 ມີນາ, ຢູ່ນະຄອນດ່ານັ້ງ, ມີແພດໝໍບັນດາປະເທດອາຊຽນ ກວ່າ 300 ຄົນ ພ້ອມກັນເຂົ້າຮ່ວມການຝຶກຊ້ອມການຮັບມືດ້ານສາທາລະນະສຸກໃນໄພພິບັດ.

ແພດໝໍອາຊຽນກວ່າ 300 ຄົນຝຶກຊ້ອມການຮັບມືກັບພາຍຸຮ້າຍແຮງ - ảnh 1 ແພດໝໍບັນດາປະເທດອາຊຽນ ກວ່າ 300 ຄົນ ພ້ອມກັນເຂົ້າຮ່ວມການຝຶກຊ້ອມ

(ພາບ: thanhnien.vn)

ການຝຶກຊ້ອມສາກົນຄັ້ງນີ້ໄດ້ຮັບການປະຕິບັດຕາມແບບສັນນິຖານ ແມ່ນມີພາຍຸຮ້າຍແຮງພັດເຂົ້າເຂດແຄມຝັ່ງທະເລທາງພາກກາງ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອີນຊີ ແລະ ຊັບສິນຢູ່ນະຄອນດ່ານັ້ງ, ແຂວງກວາງນາມ ແລະ ບັນດາແຂວງໃກ້ຄຽງ, ຕາມຄຳຊັ່ງຂອງລັດຖະບານ, ກະຊວງການຕ່າງປະເທດ ຜ່ານສູນປະສານງານອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ແລະ ຄະນະຄຸ້ມຄອງໄພພິບັດຮຽກຮ້ອງຄວາມຊ່ວຍເຫຼືອຂອງບັນດາປະເທດສະມາຊິກອາຊຽນ ຊ່ວຍເຫຼືອມະນຸດສະທຳ. ທ່ານຟ້າມເລຕ໋ວນ, ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ, ໃຫ້ຮູ້ວ່າ.

        “ລັດຖະບານຫວຽດນາມ ສະແດງໃຫ້ເຫັນຄຳໝັ້ນສັນຍາພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດສະມາຊິກອາຊຽນ ໃນວຽກງານໜູນຊ່ວຍ, ຮັບມືດ້ານສາທາລະນະສຸກ ໃນສະພາບເກີດໄພພິບັດທຳມະຊາດໃນຂອບເຂດພາກພື້ນ. ນີ້ແມ່ນກາລະໂອກາດອັນລ້ຳຄ່າເພື່ອໃຫ້ບັນດາໜ່ວຍຮັບມືດ້ານສາທາລະນະສຸກສາກົນ ແລະ ຫວຽດນາມ ໄດ້ແລກປ່ຽນ, ເພີ່ມທະວີກຳລັງຄວາມສະມາດດ້ານວິຊາສະເພາະກ່ຽວກັບການສ້າງແຜນການຮັບມືໃນອະນາຄົດ”.

ຕອບກັບ

ຂ່າວ/ບົດ​ອື່ນ