ແຟັງ​ລັງ​ຕີ​ລາ​ສູງ​ຕໍ່​ຜົນ​ງ​ານ​ໃນ​ການ​ພັດ​ທະ​ນາຂອງຫວຽດ​ນາມແລ​ະ ສະ​ໜັບ​ສະ​ໜູນ​ສັນ​ຍາ EVFTA ໃຫ້​ໄດ້​ຮັບ​ການ​ສັດ​ຈະ​ຍາ​ບັນ​ໂດຍ​ໄວ

(VOVWORLD) - ໃນວັນທີ 26 ກັນຍາ, ໃນຂອບເຂດການຢ້ຽມຢາມປະເທດສາທາລະນະລັດແຟັງລັງ,ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານໄດ້ມີການພົບປະແລກປ່ຽນກັບທ່ານຮອງນາຍົກລັດຖະມົນຕີແຟັງລັງ       AntiiRinne. 
ແຟັງ​ລັງ​ຕີ​ລາ​ສູງ​ຕໍ່​ຜົນ​ງ​ານ​ໃນ​ການ​ພັດ​ທະ​ນາຂອງຫວຽດ​ນາມແລ​ະ ສະ​ໜັບ​ສະ​ໜູນ​ສັນ​ຍາ EVFTA ໃຫ້​ໄດ້​ຮັບ​ການ​ສັດ​ຈະ​ຍາ​ບັນ​ໂດຍ​ໄວ - ảnh 1ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານ ແລະ ທ່ານ AntiiRinne ຮອງນາຍົກລັດຖະມົນຕີແຟັງລັງ (ພາບ: baodauthau.vn )

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມເຈືອງຮ່ວາບິ່ງເນັ້ນໜັກວ່າ: ຫວຽດນາມຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ ໃນເກືອບເຄິ່ງສັດຕະວັດລະຫວ່າງຫວຽດນາມ-ແຟັງລັງ,ທ່ານໄດ້ສະແດງຄວາມປາດຖະໜາຢາກໃຫ້ການພົວພັນດ້ານລະຫວ່າງສອງປະເທດຫວຽດນາມ-ແຟັງລັງ ນັບມື້ນັບພັດທະນາຢ່າງກ້ວາງຂວາງແລະຮອບດ້ານກວ່າອີກໃນຂົງເຂດດ້ານການເມືອງ, ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ, ດ້ານສິ່ງແວດລ້ອມ, ການສຶກສາບຳລຸງສ້າງແລະວິທະຍາສາດເຕັກໂນໂລຊີ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມໄດ້ຕີລາຄາສູງຕໍ່ບັນດາຜົນງານການພັດທະນາຂອງແຟັງລັງແລະຢາກໃຫ້ສອງຝ່າຍມີການແລກປ່ຽນບົດຮຽນແລະສ້າງລະບົບສະຫວັດດີການສັງຄົມໃຫ້ມີປະສິດທິຜົນ, ປະກອບສ່ວນຮັບປະກັນຄວາມຍຸຕິທຳທາງສັງຄົມ, ເພີ່ມທະວີການແລກປ່ຽນ, ຮ່ວມມືດ້ານຕຸລາການ, ວຽກງານສານແລະຊຸກຍູ້ການຮ່ວມມືບຳລຸງສ້າງໃນບັນດາຂົງເຂດດັ່ງກ່າວ.

ທ່ານAntiiRinneຮອງນາຍົກລັດຖະມົນຕີແຟງລັງກໍ່ໄດ້ເນັ້ນໜັກວ່າ: ແຟັງລັງເຫັນດີເປັນເອກະພາບແລະມີຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມໃນບັນດາຂົງເຂດເສດຖະກິດ, ຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແລກປ່ຽນບົດຮຽນແລະຮ່ວມມືໃນຂົງເຂດການສຶກສາແລະບຳລຸງສ້າງໃຫ້ຫຼາຍກວ່າອີກ, ກໍ່ຄືໃນບັນດາຂົງເຂດອື່ນໆໃຫ້ສອດຄ່ອງກັບຄວາມເອົາໃຈໃສ່ແລະຄວາມສາມາດບົ່ມຊ້ອນຂອງສອງປະເທດ. ທ່ານຮອງນາຍົກລັດຖະມົນຕີແຟັງລັງກໍ່ໄດ້ເນັ້ນໜັກຕື່ມອີກວ່າ: ແຟັງລັງຈະສະໜັບສະໜູນແລະມານະພະຍາຍາມຊຸກຍູ້ເພື່ອໃຫ້ສັນຍາການຄ້າເສລີແລະສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ-ເອລົບ(EVFTA) ໃຫ້ໄດ້ຮັບການໃຫ້ສັດຕະຍາບັນ ແລະກ້າວເຂົ້າສູ່ການປະຕິບັດໂດຍໄວ, ສ້າງກຳລັງໜູນໃຫ້ແກ່ການຮ່ວມມືດ້ານເສດຖະກິດ,ການຄ້າ, ການລົງທຶນລະຫວ່າງຫວຽດນາມກັບບັນດາປະເທດສະມາຊິກ EU, ໃນນັ້ນ, ກໍ່ມີແຟັງລັງ.

ກ່ອນນັ້ນ, ທ່ານເຈືອງຮ່ວາບິ່ງຮອງນາຍົກລັດຖະມົນຕີຫວຽດນາມຜູ້ປະຈຳການລັດຖະບານ, ໄດ້ມີການພົບປະກັບ ທ່ານAino-KaisaPekonenລັດຖະມົນຕີກະຊວງສັງຄົມແລະສາທາລະນະສຸກແຟັງລັງ.

ຕອບກັບ

ຂ່າວ/ບົດ​ອື່ນ