ຜະລິດເຄື່ອງຕ່ຳແຜ່ນຕັດຫຍິບໃຫ້ສົ່ງອອກ
(ພາບປະກອບ)
(vovworld) – ແຈ້ງຂ່າວໃນວັນທີ 1/10 ຂອງຫ້ອງການການຄ້າສະຖານທູດ ຫວຽດນາມ ປະຈຳ ເມກຊິກໂກ ໃຫ້ຮູ້ວ່າ: ວົງເງິນການຄ້າ 2 ສົ້ນ ຫວຽດນາມ - ເມກຊິກໂກ ໃນ 8 ເດືອນຕົ້ນປີ 2015 ບັນລຸກ່ວາ 1,3 ຕື້ USD, ເພີ່ມຂຶ້ນ 51 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2014, ໃນນັ້ນ ຕົ້ນຕໍແມ່ນເພີ່ມປະລິມານສິນຄ້າ ຫວຽດນາມ ນຳເຂົ້າຕະຫລາດ ເມກຊິກໂກ. ຕາມທ່ານທີ່ປຶກສາດ້ານການຄ້າ ຮ່ວາງຕ້ວນຫວຽດ, ໃນ 8 ເດືອນຕົ້ນປີ 2015, ການສົ່ງອອກຂອງ ຫວຽດນາມ ເຕີບໂຕສ່ວນຫລາຍແມ່ນສຸມໃສ່ 7 ໝວດຕົ້ນຕໍ ເຊັ່ນ: ໂທລະສັບ, ເກີບປະເພດຕ່າງໆ, ຄອມພິວເຕີ, ຜະລິດຕະພັນ ເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ, ພາຫະນະຂົນສົ່ງ, ເຄື່ອງອາໄຫຼ ແລະ ສິນໃນນ້ຳ.
ປີ 2014 ວົງເງິນນຳເຂົ້າລະຫວ່າງ ຫວຽດນາມ - ເມກຊິກໂກ ໄດ້ຂຶ້ນເຖິງ 2,26 ຕື້ USD, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ 1,62 ຕື້ USD ຂອງປີ 2013.