( vovworld ) - ຕອນຄໍ່າວັນທີ 26/6, ຢູ່ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ ໄດ້ຈັດຕັ້ງງານພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວ ເພື່ອຄໍານັບຊົມເຊີຍປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ ແລະ ບັນດາວັນບຸນໃຫຍ່ຂອງສອງປະເທດ. ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງຕຳຫຼວດຫວຽດນາມ Dang Van Hieu ແລະ ທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບລາວ ທອງບັນ ແສງອາພອນ, ພ້ອມກັບພະນັກງານ, ນັກຮົບກຳລັງຕຳຫຼວດລາວ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວນັບພັນຄົນເຂົ້າຮ່ວມ. ຄໍ່າຄືນພົບປະແລກປ່ຽນສິລະປະໄດ້ຍ້ອງຍໍສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງຊາດຫວຽດນາມ - ລາວເວົ້າລວມ ແລະ ກຳລັງຕຳຫຼວດສອງປະເທດເວົ້າສະເພາະ. ຍ້ອງຍໍຄວາມສັດຊື່ບໍລິສຸດຂອງສອງຊາດຫວຽດນາມ - ລາວ, ຍ້ອງຍໍສອງພັກ, ປະທານໂຮ່ຈິມິນຜູ້ນຳທີ່ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ, ຍ້ອງຍໍກຳລັງຕຳຫຼວດປະຊາຊົນສອງປະເທດຫວຽດນາມ - ຕຳຫຼວດລາວ.