(vovworld) – ວັນທີ 26/01, ເວັບໄຊຂອງບໍລິສັດການບິນ Malaysia Airlines ຖືກກຸ່ມແຮກເກີອ້າງຊື່ວ່າ “Lizard Squad”, ມີສ່ວນກ່ຽວຂ້ອງເຖິງກຸ່ມກະບົດລັດອິດສະລາມ IS, ບຸກໂຈມຕີເຮັດໃຫ້ເວັບໄຊຖືກຕັດຕອນ. ເມື່ອຜູ້ອານເຂົ້າເວັບໄຊຂອງ Malaysia Airlines ຈະຖືກພາໄປສູ່ເວັບໄຊອື່ນ ທີ່ມີແຖວຕົວໜັງສື “ຖືກບຸກໂຈມຕີຈາກ Lizard Squad - ລັດເຄືອຂ່າຍອິດສະລາມ”. ມາຮອດປະຈຸບັນ, ເວັບໄຊຂອງ Malaysia Airlines ໄດ້ເຄື່ອນໄຫວເປັນປົກກະຕິ.