ໂຄງ​ການ​ສັງ​ລ​ວມ​ຂອງ ລັດ​ຖະ​ບານ​ ປະ​ຕິ​ບັດ​ການ​ປ​ະ​ຢັດ, ຕ້ານ​ການ ຟຸມເຟືອຍໃນ​ປີ 2020

(VOVWORLD) -ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຊັນຂໍ້ຕົກລົງປະກາດໃຊ້ໂຄງການສັງລວມຂອງ ລັດຖະບານກ່ຽວກັບການປະຕິດການ ປະຢັດ, ຕ້ານການຟຸມເຟືອຍໃນປີ 2020. 
ໂຄງ​ການ​ສັງ​ລ​ວມ​ຂອງ ລັດ​ຖະ​ບານ​ ປະ​ຕິ​ບັດ​ການ​ປ​ະ​ຢັດ, ຕ້ານ​ການ ຟຸມເຟືອຍໃນ​ປີ 2020 - ảnh 1ພາບປະກອບ (ພາບ: tapchitaichinh.vn) 

ເປົ້າໝາຍຂອງ ໂຄງການແມ່ນ ຍົກສູງ ປະສິດທິຜົນຂອງການປະຕິບັດການປະຢັດ, ຕ້ານການຟຸມເຟືອຍເພື່ອແນໃສ່ເສີມຂະຫຍາຍທຸກໆແຫຼ່ງກຳລັງໃຫ້ສູງທີ່ສຸດ, ປະຕິບັດສຳເລັດບັນດາເປົ້າໝາຍການເຕີບໂຕ, ພັດທະນາເສດຖະກິດ, ສ້າງສະຖຽນລະພາບໃຫ້ແກ່ການດຳລົງຊີວິດຂອງ ປະຊາຊົນ, ຮັບປະກັນຊີວິດສັງຄົມ,  ຕັດສິນໃຈເດັດດ່ຽວປະຕິບັດບັນດາມາດຕະການໃນການປະຕິບັດ ການປະຢັດ, ຕ້ານການຟຸມເຟືອຍ ໃນທຸກໆຂົງເຂດຂອງ ເສດຖະກິດ - ສັງຄົມຢ່າງຄົບຊຸດ.

ວຽກງານປະຕິບັດການປະຢັດ, ຕ້ານການຟຸມເຟືອຍໃນປີ 2020 ຄວນສຸມໃສ່ບາງໜ້າທີ່ຈຸດສຸມ. ກ່ຽວກັບການຄຸ້ມຄອງ, ນຳໃຊ້ເງິນລົງທຶນພາກລັດ, ປີ 2020, ທຸກຂັ້ນ, ທຸກຂະແໜງການຄວນສືບຕໍ່ຊາບຊຶມ ແລະ ປະຕິບັດ ບັນດາຂໍ້ກຳນົດຂອງ ກົດໝາຍວ່າດ້ວຍການລົງທຶນພາກລັດ ແລະ ບັນດາດຳລັດວ່າດ້ວຍການແນະນຳກົດໝາຍຢ່າງມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ