ໂຄງການ Bauxit-Alumin ຢູ່ເຂດໄຕງວຽນ ມີປະສິດທິຜົນດ້ານ ເສດຖະກິດ-ສັງຄົມ

ໂຄງການ Bauxit-Alumin ຢູ່ເຂດໄຕງວຽນ ມີປະສິດທິຜົນດ້ານ ເສດຖະກິດ-ສັງຄົມ - ảnh 1

ໂຮງງານ Alumin ຢູ່​ແຂວງ​ເລີມ​ດົ່ງ

(ພາບ: nguyentandung.org)

(vovworld)- ​ຕອນ​ເຊົ້າວັນ​ທີ 16/5, ກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານ​ຫີນ-​ໂລຫະ​ຫວຽດນາມ (Vinacomin) ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ 2 ​ໂຄງການ​ Bauxit-Alumin  ຊື່​ງກຸ່ມບໍລິສັດ​ນີ້​ພວມ​ລົ​ງທຶນ​ຢູ່​ບັນດາ​ແຂວງ​ເລີມ​ດົ່ງ ​ແລະ ດັກ​ນົງ. ດຣ ຫງວຽນ​ຕຽນ​ຈິງ, ຫົວໜ້າ​ພະ​ແນ​ກວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານ​ຫີນ-​ໂລຫະ​ຫວຽດນາມ ​ໃຫ້​ຮູ້​ວ່າ: ລັດຖະບານ​ອະນຸຍາດ​ໃຫ້​ກຸ່ມ​ບໍລິສັດ​ດັ່ງ​ກ່າວ​ລົງທຶນ​ທົດ​ລອງ 2 ​ໂຄງການ Bauxit-Alumin. ປະຈຸ​ບັນ, ກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານ​ຫີນ-​ໂລຫະ​ຫວຽດນາມ ​ໄດ້​ຈ້າງ​ທີ່​ປຶກສາ​ກວດກາ​ຍອດ​ລະດັບ​ການ​ລົງທຶນ ​ແລະ ປະ​ສິດທິ​ຜົນ​ດ້ານ​ເສດຖະກິດ​ສັງຄົມ. ຕາມ​ນັ້ນ​ແລ້ວ, 2 ​ໂຄງການ​ຈະ​ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຍາວ​ນານ. ​ໂຄງການ​ໜ່ວຍ​ປະສົມ Bauxit-Alumin ​ເລີມ​ດົ່ງ ຈະ​ປະກອບ​ເຂົ້າງົບປະມານ​ສະ​ເລ່ຍປະມານ 640 ຕື້​ດົ່ງ/ປີ ​ແລະ ​ໂຄງການ​ກໍ່ສ້າງ​ໂຮງງານ​ຜະລິດ Alumin ​ເຍີນ​ເກີ ປະກອບ​ເຂົ້າງົບປະມານ​ເກືອບ 400 ຕື້​ດົ່ງ/ປີ. ທ່ານຫງວຽນ​ຕຽນ​ຈິງ ​ໃຫ້​ຮູ້​ວ່າ:

  “​ໂຄງການ​ຂອງ Vinacomin ມີປະສິດທິ​ຜົນ​ດ້ານ​ເສດຖະກິດ​​ໃນ​ເວລາ 30 ປີ, ​ໃນ​ນັ້ນ, ປະສິດທິ​ຜົນ​ດ້ານ​ເສດຖະກິດ​ກໍ່​ຄິດ​ໄລ່​ເຖິງ​ທຸກໆ​ນະ​ໂຍບາຍ​ພາສີ. ປະສິດທິ​ຜົນ​ດ້ານ​ການ​ເງິນ, ວິ​ສາ​ຫະກິດ, ທ້ອງ​ຖິ່ນ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ“

 

 

 

 

 

 

 

ຂ່າວ/ບົດ​ອື່ນ