( vovworld ) - ຕາມກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ແຕ່ຕົ້ນປີ 2012 ມາຮອດປະຈຸບັນ, ເຖິງວ່າທຶນຈົດທະບຽນລົງທຶນໂດຍກົງຈາກຕ່າງປະເທດບັນລຸ 5 ຕື້ 320 ລ້ານ USD, ພຽງເທົ່າກັບ 68% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2011 ກໍຕາມ, ແຕ່ການປ່ອຍເງິນບັນລຸລະດັບ 4 ຕື້ 510 ລ້ານ USD ເທົ່າທຽມກັບໄລຍະດຽວກັນຂອງ 2 ປີຄືນຫຼັງ. ໂຄງປະກອບເງິນລົງທຶນມີການເຫັນປ່ຽນຢ່າງຕັ້ງໜ້າໄປສູ່ບັນດາຂົງເຂດອຸດສາຫະກຳປຸງແຕ່ງ, ການຜະລິດ. ຕາມທ່ານ Nguyen The Phuong, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນແລ້ວ, ເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າໃນຂົງເຂດອະສັງຫາລິມະຊັບຖືກຫຼຸດລົງຢ່າງແຮງໃນໄລຍະທີ່ຜ່ານມາ, ໃນຂະນະນັ້ນ, ອັດຕາເງິນລົງທຶນເຂົ້າຂົງເຂດອຸດສາຫະກຳປຸ່ງແຕ່ງ, ການຜະລິດເພີ່ມຂຶ້ນເກືອບ 50% ໃນປີ 2011. ທ່ານຮອງລັດຖະມົນຕີ Nguyen The Phuong ໄດ້ໄຈ້ແຍກສາຍເຫດນີ້ວ່າ.
“ ສາຍເຫດຂອງການຫຼຸດລົງນັ້ນແມ່ນຍ້ອນການເພີ່ມທະວີການຄວບຄຸມບັນດາໂຄງການໃຫຍ່ ແຕ່ບໍມີຈິງ, ບັນດາໂຄງການອະສັງຫາລິມະຊັບບໍ່ມີຄວາມສາມາດຜັນຂະຫຍາຍຖືກຫຼຸດລົງແຮງໃນໄລຍະມໍ່ໆມານີ້. ນອກຈາກນັ້ນ, ປະຈຸບັນຫວຽດນາມ ພວມສຸມໃສ່ການຍົກສູງຄຸນນະພາບແຫຼ່ງທຶນຈາກຕ່າງປະເທດ, ເພາະສະນັ້ນ ໃນເວລາກຳນົດສັ້ນທຶນຈົດທະບຽນກໍ່ຫຼຸດລົງ ແຕ່ໃນໄລຍະຍາວຄຸນນະພາບຂອງແຫ່ຼງເງິນລົງທຶນຈາກຕ່າງປະເທດໄດ້ຮັບການປົວແປງ ແລະ ຫວຽດນາມ ສາມາດດຶງດູດເງິນລົງທຶນໄດ້ຫຼາຍຂຶ້ນ ”.