ໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ລັດເຊຍ
ງານຕະຫຼາດນັດການທ່ອງທ່ຽວ
ພັກຜ່ອນຢ່ອນອາລົມສາກົນ Otdykh 2014
(ພາບ: fedpress.ru)
(vovworld) – ຫວຽດນາມ ພວມເຂົ້າຮ່ວມງານຕະຫຼາດນັດການທ່ອງທ່ຽວພັກຜ່ອນຢ່ອນອາລົມສາກົນທີ່ມີຊື່ວ່າ Otdykh 2014, ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງມົດສກູ, ສະຫະພັນລັດເຊຍ, ແຕ່ວັນທີ 16 – 19/09. ນີ້ແມ່ນຄັ້ງທຳອິດທີ່ນະຄອນໂຮ່ຈິມິນ ຮັບຜິດຊອບເຊື່ອມຕໍ່ບັນດາແຂວງທີ່ພວມຕ້ອນຮັບແຂກທ່ອງທ່ຽວລັດເຊຍ ຫຼາຍຄົນ ຫຼື ມີຄວາມສາມາດຕ້ອນຮັບແຂກລັດເຊຍ ຄື: ດ່ານັ້ງ, ຟຸອຽນ, ເລີມດົງ, ແຄ໋ງຮ່ວາ, ບິ່ງທ້ວນ, ນິງທ້ວນ, ບາເຮີຍ - ວຸ້ງເຕົ່າ, ພ້ອມກັບວິສາຫະກິດທ່ອງທ່ຽວ, ໂຮງແຮມ ແລະ ບໍລິສັດການບິນສາກົນຫວຽດນາມ (Vietnam Airlines) 30 ແຫ່ງເຂົ້າຮ່ວມງານຕະຫຼາດນັດເພື່ອໂຄສະນາການບໍລິການ, ຊອກຫາຄູ່ຮ່ວມມື.
ໃນຂອບເຂດງານຕະຫຼາດນັດ Otdykh, ຕອນບ່າຍວັນທີ 16/09, ຄະນະຜູ້ແທນຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາທີ່ມີຊື່ວ່າ “ຮ່ວມມືຫວຽດນາມ - ລັດເຊຍ ພັດທະນາຂະແໜງທ່ອງທ່ຽວ”, ເພື່ອແນໃສ່ແນະນຳກັບແຂກທ່ອງທ່ຽວລັດເຊຍ ແລະ ເພື່ອນມິດສາກົນຄວາມສາມດດ້ານການທ່ອງທ່ຽວ ແລະ ບັນດາການບໍລິການພັກຜ່ອນຢ່ອນອາລົມທີ່ເໝາະສົມ, ດຶງດູດຂອງຫວຽດນາມ.
ຕາມຕົວເລກຈາກກົມໃຫຍ່ສະຖິຕິ, ໃນ 7 ເດືອນຜ່ານມາ, ຈຳນວນແຂກທ່ອງທ່ຽວລັດເຊຍ ມາຫວຽດນາມແມ່ນກວ່າ 200.000 ເທື່ອຄົນ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013.