ໂຄສະນາຄວາມງາມພິເສດຂອງຖ້ຳເຊີນດ່ອງຢູ່ສິງກະໂປ
(ຖ້ຳເຊີນດ່ອງທີ່ຂຶ້ນກັບມໍລະດົກທຳມະຊາດໂລກ
ຟອງຍາ - ແກບ່າງ (ແຂວງກວາງບິ່ງ)
(vovworld) - ວັນທີ 04/06 ຈະມາເຖິງ, ທ່ານລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງຕວນແອງ ຈະໄປສິງກະໂປ ເຂົ້າຮ່ວມ Sea Games 28, ເພື່ອລະດົມກຳລັງໃຈນັກກິລາຫວຽດນາມ. ນອກຈາກນັ້ນ, ທ່ານລັດຖະມົນຕີ ຮ່ວາງຕວນແອງ ຈະຊີ້ນຳໂດຍກົງ ແລະ ປຸກລະດົມລາຍການໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ສິງກະໂປ; ພິເສດແມ່ນໂຄສະນາກ່ຽວກັບຖ້ຳ ເຊີນດ່ອງ ທີ່ຂຶ້ນກັບມໍລະດົກທຳມະຊາດໂລກ ຟອງຍາ - ແກບ່າງ (ແຂວງກວາງບິ່ງ) ເຖິງນັກກິລາ, ນັກທ່ອງທ່ຽວສາກົນທີ່ມາຈາກບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມ Sea Games 28. ຕາມແຜນການ, ທ່ານລັດຖະມົນຕີ ຮ່ວາງຕວນແອງ ຈະມີການເຮັດວຽກກັບລັດຖະມົນຕີວ່າການການຄ້າ ແລະ ອຸດສາຫະກຳສິງກະໂປ ກ່ຽວກັບການພັດທະນາການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 2 ປະເທດ. ໃນລາຍການໂຄສະນາຄັ້ງນີ້, ທ່ານ Howard Limbert, ຫົວໜ້າຄະນະພະຈົນໄພຖ້ຳ ເຊີນດ່ອງ ຈະໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຖ້ຳແຂວງກວາງບິ່ງ ແລະ ແຜນການຖ່າຍທຳຮູບເງົາໂຄສະນາຖ້ຳ ເຊີນດ່ອງ ຂອງຊ່ອງ Channel 5 ໂທລະພາບສິງກະໂປ.