(vovworld)- ວັນທີ 21/9 ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງພິທີສະເຫນີຕົວ clip ໂຄສະນາກ່ຽວກັບ ຫວຽດນາມ “Welcome to Viet Nam” ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າຫລາຍກະຊວງ, ຂະແຫນງການ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ ຫວຽດນາມ”.
ກ່າວຄຳເຫັນທີ່ພິທີ, ທ່ານ ດັ້ງມີຄອຍ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ເລື່ອງສ້າງ Clip “Welcome to Viet Nam” ເພື່ອຈຸດປະສົງແນະນຳໂດຍສັງເຂບກ່ຽວກັບຫວຽດນາມ ຜ່ານບັນດາຮູບພາບທີ່ສວຍງາມກ່ຽວກັບທັດສະນີຍະພາບລືຊື່ຂອງປະເທດຊາດ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຢູ່ບັນດາເຂດພາກ, ຊາວຫວຽດນາມ, ບັນດາຜົນງານທຸກດ້ານໃນກິດຈະການປ່ຽນແປງໃຫມ່. ດ້ວຍເວລາພຽງ 7 ນາທີ, clip “Welcome to Viet Nam” ໄດ້ແນະນຳຜ່ານ 9 ພາສາຊື່ງລວມມີ: ພາສາຫວຽດ, ອັງກິດ, ຝລັ່ງ, ຈີນ, ລັດເຊຍ, ແອດສະປາຍ, ປວກຕູການ, ຍີ່ປຸ່ນ, ອາຣັບ. clip “Welcome to Viet Nam” ສົ່ງເຖິງຜູ້ຊົມສານກ່ຽວກັບປະເທດຫວຽດນາມ ສັນຕິພາບ, ສະຖຽນລະພາບ, ພັດທະນາ, ມີພື້ນຖານວັດທະນະທຳມາແຕ່ດົນນານ, ເຂັ້ມຂົ້ນໄປດ້ວຍລັກສະນະວັດທະນະທຳມະນຸດ, ມີພະລັງຊີວິດອັນແຮງກ້າ, ພວມພັດທະນາຢ່າບໍ່ຢຸດຢັ້ງ ແລະ ແມ່ນສະຖານທີ່ດູດດື່ມສຳລັບເພື່ອນມິດສາກົນ.