ໂຄສະນາຜະລິດຕະພັນແພໄຫມ ແລະ ແຜ່ນແພພື້ນເມືອງຂອງຫວຽດນາມ ອອກສູ່ໂລກ

(VOVWORLD) -ຢູ່ ເຊີແນວ ປະເທດສະວິດ ໃນຂອບເຂດກອງປະຊຸມຄັ້ງທີ 59 ສະມັດຊາໃຫຍ່ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາ (WIPO), ງານວາງສະແດງ ຜະລິດຕະພັນແພໄຫມ ແລະ ແຜ່ນແພພື້ນເມືອງຂອງຫວຽດນາມ ໄດ້ຈັດຂຶ້ນຢູ່ສຳນັກງານ WIPO ແຕ່ວັນທີ 30 ກັນຍາ ຮອດວັນທີ 9 ຕຸລາ.

ງານວາງສະແດງນີ້ ໂດຍຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ສົມທົບກັບອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນ ປະຈຳເຊີແນວ ຈັດຕັ້ງຂຶ້ນ.

ກ່ອນຫນ້ານັ້ນ ລາຍການແນະນຳຊຸດອາພອນສະໄຫມ Vietmode ກໍ່ໄດ້ຈັດຂຶ້ນຢູ່ສຳນັກງານ WIPO ເນື່ອງໃນໂອກາດສະເຫລີມສະຫລອງ 74 ປີແຫ່ງວັນຊາດຫວຽດນາມ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດສາກົນເປັນຈຳນວນຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ