ງານວາງສະແດງຢູ່ນອກແວ
(ພາບ: vietnamplus)
(vovworld) – ເນື່ອງໃນໂອກາດງານບຸນວັດທະນະທຳ ແລະ ພາສາປີ 2016 ຖືກຈັດຕັ້ງຢູ່ນະຄອນ Oslo, ສະຖານທູດ ຫວຽດນາມ ປະຈຳ ນອກແວ ໄດ້ສົມທົບກັບສູນວາງສະແດງວັດທະນະທຳ, ສິລະປະ ຫວຽດນາມ ຈັດຕັ້ງງານວາງສະແດງກ່ຽວກັບ ຫວຽດນາມ ເພື່ອແນໃສ່ຕັ້ງໜ້າໂຄສະນາພາບພົດຂອງປະເທດຊາດ, ຊາວ ຫວຽດນາມ ແລະ ສົ່ງເສີມການທ່ອງທ່ຽວ. ຄະນະຈັດຕັ້ງງານບຸນກໍຄືບັນດາແຂກມາຊົມລ້ວນແຕ່ຕີລາຄາສູງການວາງສະແດງຂອງ ຫວຽດນາມ ດ້ວຍຫົວຂໍ້ຕົ້ນຕໍແມ່ນກ່ຽວກັບພາບສີຂັດມັນ, ຜະລິດຕະພັນຫັດຖະກຳ, ອາຫານການກິນ ກໍ່ຄືແນະນຳກ່ຽວກັບສິລະປະຟ້ອນຕຸກກະຕານຳ້ທີ່ເປັນເອກະລັກສະເພາະ. ທ່ານນາງ ເລທິຕວຽດມາຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນອກແວ ໃຫ້ຮູ້ວ່າ: ເລື່ອງຈັດຕັ້ງການແນະນຳກ່ຽວກັບ ຫວຽດນາມ ຢູ່ງານບຸນວັດທະນະທຳ ແລະ ພາສາ ຈັດຕັ້ງໃນວັນທີ 21/5 ຢູ່ສະໜາມຫຼວງສຳນັກງານບໍລິຫານ Oslo ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ນອກແວ (1971 – 2016). ຄະນະຜູ້ແທນຂອງສູນວາງສະແດງວັດທະນະທຳ, ສິລະປະ ຫວຽດນາມ ໂດຍທ່ານນາງ ດັ້ງທິງອກບີກ, ຮອງຜູ້ອຳນວຍການເປັນຫົວໜ້າຄະນະ, ໄດ້ແນະນຳບັນຍາກາດ ຫວຽດນາມ ທີ່ເປັນເອກະລັກສະເພາະຢູ່ງານບຸນ, ດ້ວຍການສະແດງຕຸກກະຕານຳ້ທີ່ເປັນເອກະລັກສະເພາະ, ພາບແຕ້ມ ແລະ ພາບສີຂັດມັນ. ສະຖານທູດ ຫວຽດນາມ ປະຈຳ ນອກແວ ຍັງສົມທົບກັບສະຖານທູດຂອງ 4 ປະເທດ ອາຊຽນ ປະຈຳ Oslo ເຊິ່ງລວມມີ: ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ໄທ, ຈັດຕັ້ງຮ້ານວາງສະແດງແນະນຳກ່ຽວກັບປະຊາຄົມ ອາຊຽນ, ໃນນັ້ນໄດ້ປະສານສົມທົບກັນແນະນຳກ່ຽວກັບປະເທດຊາດ ແລະ ວັດທະນະທຳ, ສົ່ງເສີມການທ່ອງທ່ຽວ ຫວຽດນາມ. ຮ້ານວາງສະແດງຂອງ ຫວຽດນາມ ແລະ ອາຊຽນ ໄດ້ດຶງດູດແຂກມາຊົນເປັນຈຳນວນຫຼວງຫຼາຍ.