ໂຄສະນາໝາກລຳໄຍ ຮຶງອຽນ ກັບລູກຄ້າຕ່າງປະເທດ
(VOVWORLD) -ເນື່ອງໃນໂອກາດນີ້, ຄະນະໄດ້ໄປຢ້ຽມຢາມ ແລະ ລົງພຶດຕິກຳຕົວຈິງຢູ່ສວນລຳໄຍ ຕາແສງຮົ່ງນາມ, ໂດຍແມ່ນສະຖານທີ່ມີລຳໄຍຖະຫວາຍເຈົ້າຊີວິດແຫ່ງອຳທິດຢູ່ ຮຶງອຽນ, ປັດຈຸບັນມີເນື້ອທີ່ປຸກລຳໄຍຕາມມາດຖານ VietGap ເກືອບ 150 ເຮັກຕາ, ຄາດວ່າຈະກ່ຽວກັບລຳໄຍສົດໄດ້ ກ່ວາ 2000 ໂຕນ.
ບັນດາຜູ້ແທນຢ້ຽມສົມສວນໝາກລຳໄຍ ຢູ່ຮຶງອຽນ (ພາບ: TTXVN) |
ວັນທີ 22 ສິງຫາ, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດຫວຽດນາມ ແລະ ຄະນະແຂກທ່ອງທ່ຽວສາກົນ ໄດ້ມາຢ້ຽມຊົມ, ລົງພຶດຕິກຳຕົວຈິງ, ພົບປະແລກປ່ຽນ ແລະ ເຊື່ອມຕໍ່ຢູ່ນະຄອນຮຶງອຽນ. ເຂົ້າຮ່ວມເຫດການມີທ່ານເອກອັກຄະລັດຖະທູດ ບັນດາປະເທດ: ປາແລັດສະຕິນ, ອູຣູກວາຍ, ລາວ, ຈີເລ, ເວນາຊູເອລາ, ອາບຟຼິກກາໃຕ້, ກຳປູເຈຍ, ມຽນມາ…ພ້ອມກັບຜູ້ແທນ ເກືອບ 100 ທ່ານ ໂດຍເປັນຜູ້ຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ, ສະຫະພັນວິສາຫະກິດທີ່ມາຈາກ ກ່ວາ 20 ປະເທດ… ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນມິງຫວູ້ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍ, ຊ່ວຍໃຫ້ນະຄອນແນະນຳ, ໂຄສະນາວັດທະນະທຳ, ການທ່ອງທ່ຽວ, ມະນຸດ ແລະ ຜະລິດຕະພັນພົ້ນເດັ່ນໄປຍັງເພື່ອນມິດສາກົນ. ບັນດາຜະລິດຕະພັນທີ່ໄດ້ແນະນຳກັບເພື່ອນມິດສາກົນບໍ່ພຽງແຕ່ສ້າງເຄື່ອງໝາຍການຄ້າ ແລະ ສີສັນຂອງນະຄອນເທົ່ານັ້ນຫາກຍັງພວມກາຍເປັນຜະລິດຕະພັນສົ່ງອອກຫຼັກແຫຼ່ງຂອງແຂວງ ໄປຍັງຕະຫຼາດພາກພື້ນ ແລະ ສາກົນອີກດ້ວຍ.
ເນື່ອງໃນໂອກາດນີ້, ຄະນະໄດ້ໄປຢ້ຽມຢາມ ແລະ ລົງພຶດຕິກຳຕົວຈິງຢູ່ສວນລຳໄຍ ຕາແສງຮົ່ງນາມ, ໂດຍແມ່ນສະຖານທີ່ມີລຳໄຍຖະຫວາຍເຈົ້າຊີວິດແຫ່ງອຳທິດຢູ່ ຮຶງອຽນ, ປັດຈຸບັນມີເນື້ອທີ່ປຸກລຳໄຍຕາມມາດຖານ VietGap ເກືອບ 150 ເຮັກຕາ, ຄາດວ່າຈະກ່ຽວກັບລຳໄຍສົດໄດ້ ກ່ວາ 2000 ໂຕນ.