(vovworld) - ນັບແຕ່ວັນທີ 02/02, ໂທລະພາບແຫ່ງຊາດຂອງໄທ ຊ່ອງ 11 ຈະສາຍຟິມຮູບເງົາເອການສານ 40 ຕອນກ່ຽວກັບຫວຽດນາມ, ແຕ່ລະຕອນມີຄວາມຍາວ 4 ນາທີ, ທີ່ແນະນຳກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ, ປະຫວັດຊາດ ແລະ ວັດທະນະທຳຂອງຫວຽດນາມ ຜ່ານສາຍຕາຂອງບັນດານັກຖ່າຍທຳຟິມຮູບເງົາ ແລະ ນັກສິລະປິນໄທ. ຟິມຮູບເງົາ ໄດ້ປະກອບດ້ວຍບົດກະວີຂອງນັກກະວີທີ່ມີຊື່ສຽງຂອງໄທ ທ່ານ ນາວວະຣັດ ໂປງໄພບຸນ ເຊິ່ງໄດ້ແຕ່ງໃນໂອກາດທ່ານມາຢ້ຽມຢາມຫວຽດນາມ ພ້ອມກັບຄະນະຖ່າຍທຳຟິມຮູບເງົນ. ຟິມຮູບເງົນໄດ້ສາຍເປັນປະຈຳໃນເວລາ 20 ໂມງ 15 ນາທີຂອງວັນເສົ້າ ແລະ ວັນອາທິດ ແລະ ຈະແກ່ຍາວຮອດເດືອນ 6/2013. ມາຮອດປະຈຸບັນ ຟິມຮູບເງົາ 10 ຕອນທຳອິດໄດ້ຖ່າຍທຳສຳເລັດແລ້ວ, ເຊິ່ງປະຕິບັດຢູ່ພາກເໜືອເປັນຕົ້ນຕໍ່. ບັນດາຕອນຕໍ່ໄປ ຈະປະຕິບັດໃນໄລຍະຈະມາເຖິງ. ຟິມຮູບເງົນນອນໃນໂຄງການໂຄສະນາບັນດາສະມາຊິກອາຊຽນ ຂອງຊ່ອງ 11.