ໂທລະເລກອວຍພອນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ມາເລເຊຍ ຄົບຮອບ 50 ປີ
(VOVWORLD) -ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ມາເລເຊຍ ຄົບຮອບ 50 ປີ (30/03/1973 – 30/03/2023).
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ມາເລເຊຍ ຄົບຮອບ 50 ປີ (30/03/1973 – 30/03/2023), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງໂທລະເລກອວຍພອນເຖິງ ກະສັດ Al – Sultan Abdullah; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີ Dato’ Seri Anwar Bin Ibrahim; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສົ່ງໂທລະເລກອວຍພອນເຖິງ ທ່ານປະທານສະພາສູງ Tan Sri Dato’ Seri Utama Dr.Rais Yatim ແລະ ທ່ານປະທານສະພາຕ່ຳ Dato’ Johari bin Abdul.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ Zambry Abdul Kadir ໄດ້ອອກຖະແຫຼງການສື່ມວນຊົນຮ່ວມ.
ຫວູຢຸງ