ໂປໂລຍ, ອີຕາລີ ໜູນຊ່ວຍ ຫວຽດນາມ ຕ້ານໂລກລະບາດໂຄວິດ - 19
(VOVWORLD) -ວັນທີ 10 ກັນຍາ, ງວດສິນຄ້າອຸປະກອນການແພດ ທີ່ມີມຸນຄ່າປະມານເກືອບ 4 ລ້ານ ໂດລາສະຫະລັດ ໂດຍ ໂປໂລຍ ແລະ ອີຕາລີ ໜູນຊ່ວຍໃຫ້ແກ່ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ສົ່ງມາຮອດນະຄອນ ໂຮ່ຈີມິນ ດ້ວຍເຮືອບິນທະຫານ.
ທ່ານນາງ Gabriella Biondi ຮອງຫົວໜ້າກົມອາຊີ ແລະ ໂອເຊອາເນຍ, ກະຊວງການຕ່າງປະເທດ ອີຕາລີ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Rome (ພາບ: TTXVN) |
ວັນທີ 10 ກັນຍາ, ງວດສິນຄ້າອຸປະກອນການແພດ ທີ່ມີມຸນຄ່າປະມານເກືອບ 4 ລ້ານ ໂດລາສະຫະລັດ ໂດຍ ໂປໂລຍ ແລະ ອີຕາລີ ໜູນຊ່ວຍໃຫ້ແກ່ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ສົ່ງມາຮອດນະຄອນ ໂຮ່ຈີມິນ ດ້ວຍເຮືອບິນທະຫານ. ສິນຄ້າງວດດັ່ງກ່າວລວມມີອຸປະກອນການແພດ ພ້ອມດ້ວຍເຄື່ອງປ້ອງກັນຕົວຈຳນວນໜຶ່ງ.
ວັກຊິນກັນພະຍາດໂຄວິດ - 19 AstraZeneca ລວມ 800.000 ໂດສ ເຊິ່ງ ອີຕາລີ ອຸປະຖຳໃຫ້ແກ່ ຫວຽດນາມ ຜ່ານໂຄງການ COVAX ຈະໄດ້ມອບໃຫ້ ຫວຽດນາມ ໃນວັນທີ 13 ກັນຍາ.